ສະພາແຫ່ງຊາດປຶກສາຫາລືກ່ຽວກັບໝາກຜົນແຫ່ງການ ປະຕິບັດແຜນການພັດທະນາເສດຖະກິດສັງຄົມ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບໝາກຜົນແຫ່ງການ ປະຕິບັດແຜນການພັດທະນາເສດຖະກິດສັງຄົມ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ວັນ​ທີ 24 ຕຸລາ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການພັດທະນາ​ເສດຖະກິດ​ສັງຄົມ​ປີ 2013, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014 (ສົມທົບ​ກັບການ​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​​ແຜນ​ຮ່າງສັງ​ລວມກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່); ສະພາບການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ໄລຍະ 5 ປີ (2011 - 2015); ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຕ່​ປີ 2011 ມາຮອດ​ປະຈຸ​ບັນ ​ແລະ ທິດ​ທາງ, ມາດ​ຕະການ​ປະຕິບັດ​ບັນດາ​ຈຸດໝາຍ​ເສດຖະກິດ, ສັງຄົ​ມຮອດ​ທ້າຍ​ປີ 2015.

        ບົດ​ລາຍ​ງານ​ສະພາບ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014. ລັດຖະບານ​​ໄດ້ກຳ​ນົດ​ຈຸດໝາຍສັງ​ລວມຂອງ​ປີ 2014 ນັ້ນ​​ແມ່ນ: ສືບ​ຕໍ່ປັບປຸງ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຟື້ນ​ຟູ​ລະດັບ​ການ​ເຕີບ​ໂຕ ຕິດ​ຜັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ. ຮັບປະກັນ​ຊີວິດ​ສັງຄົມ, ສະຫວັດດີ​ການ​ສັງຄົມ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນຢູ່​​ໃຫ້​ແກ່​ຂອງ​ປະຊາຊົນ.

ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ເສດຖະກິດ​ສັງຄົມ

         ຕາມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ແລ້ວ, ​ເຖິງ​ວ່າການ​ເຕີບ​ໂຕ​ເສດຖະກິດ​ປີ 2013 ບັນລຸ​ຢູ່​ໃນ​ລະດັບ​ຕຳ່​ກວ່າ​ໄລຍະ​ກ່ອນ, ຕຳ່​ກວ່າ​ຄາດໝາຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ໄດ້​ວາງ​ອອກ, ​ແຕ່​ວ່າ ນັ້ນ​ແມ່ນ​ການ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ ​ແລະ ສອດ​ຄອ່ງກັບ​ສະພາບ​ຕົວ​ຈິງ.

ກ່ຽວ ​ກັບ​ຂົງ​ເຂດ​ເສດຖະກິດ, 3 ບັນຫາ​ທີ່ ສສຊ ​ໄດ້​ເຕື້ອງ​ເຖິງ ນັ້ນ​ແມ່ນ​ຈຸດໝາຍ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​ແລະ ໝາກຜົນ​ການ​ປະຕິບັດ​ແຜນການ 5 ປີ (2011-2015).

ກ່ຽວ​ກັບ​ ຈຸດໝາຍ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ປີ 2014, ຄຳ​ເຫັນ​ຂອງ ສສຊ ບາງ​ທ່ານ​ຖື​ວ່າ: ການ​ຈະ​ເລີ​ນເຕີບ​ໂຕ​ຢູ່​ໃນ​ລະດັບ 5,5- 5,8% ​ແມ່​ນ​ເໝາະ​ສົມ, ບໍ່​ຄວນ​ວາງ​ຄາດໝາຍ​ສູງ​ກວ່າ. ທ່ານ ​ເຈີ​ນຮ່ວາງ​ເງິນ, ສສຊ ນະຄອນ ຮ່າ​ໂນ້ຍ ຍົກ​ຄຳ​ເຫັນ​ວ່າ:

        “​ເພື່ອ​ແກ້​ໄຂ​ສະພາບ​ການ​ເຕີບ​ໂຕ​ ດັ່ງກ່າວ ຕ້ອງ​ແກ້​ໄຂ​ບັນຫາ​ທຶນຮອນ. ສຳລັບ​ຫວຽດນາມ ນີ້​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ. ລະອຽດ​ແມ່ນ​ຍອດ​ຈຳນວນ​ເງິນ​ລົງທຶນຕ້ອງ​ກວມ​ເອົາ 30% GDP. ​ເພື່ອ​ບັນລຸ​ໄດ້​ການຈະ​ເລີ​ນ​ເຕີບ​ໂຕ ນອກຈາກ​ຫລຸ​ດຜ່ອນ​ເພດານ​ຫນີ້​ສິນ​ຂອງ​ລັດ​, ​ເພີ່ມ​ການ​ລົງທຶນ​ໃຫ້​ແກ່​ພັນທະບັດ ພວກ​ເຮົາ​ຕ້ອງ​ລະດົມ​ທຶນ​ຈາກ​​ພາກເອກະ​ຊົນ.”

ກ່ຽວ​ກັບ​ການ​ສ້າງ​ ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ລະອຽດ​ແມ່ນ​ໃນ 3 ຂົງ​ເຂດ ການ​ລົງທຶນ​ຂອງ​ລັດ, ລະບົບ​ທະນາຄານ ​ແລະ ລັດ​ວິ​ສາ​ຫະກິດ ຍັງ​ມີ​ຫລາຍ​ບັນຫາ​ຕິດ​ຂັດ ​ແລະ ຕ້ອງ​ຊອກ​ສາຍ​ເຫດ​ເພື່ອ​ແກ້​ໄຂ.

ກ່ຽວ ​ກັບ​ການ​ປະຕິບັ​ດ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ ​ໄລຍະ 5 ປີ​(2011-2015), ຄຳ​ເຫັນ​ຂອງ ສສຊ ຫລາຍ​ທ່ານ​ຖື​ວ່າ: ຄວາມເອົາ​ໃຈ​ໃສ່​​ເຖິງ​ບັນຫາ​ຄຸນ​ນະພາ​ບ ​ແລະ ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແມ່ນຈຸດໝາຍ​ຕົ້ນຕໍ.

ຂ່າວ/ບົດ​ອື່ນ