(vovworld) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ວັນທີ 17/6, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍສຳຄັນໄດ້ຮັບຄວາມສົນໃຈຈາກບັນດາຜູ້ມີສິດເລືອກຕັ້ງຢູ່ພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສ ຢູ່ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.
ບັນດາຄຳເຫັນຖືວ່າ: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ສືບຕໍ່ຢັ້ງຢືນທີ່ດິນຂຶ້ນກັບກຳມະສິດຂອງທົ່ວປວງຊົນໂດຍລັດແມ່ນຜູ້ຕາງໜ້າຄຸ້ມຄອງ, ພ້ອມທັງຮັບປະກັນຄວາມກົມກ່ຽວລະຫວ່າງຜົນປະໂຫຍດຂອງລັດ ແລະ ປະຊາຊົນ. ບັນດາຄຳເຫັນກໍ່ເປັນເອກກະພາບກັນຖືວ່າ: ເມື່ອມີຄວາມຈຳເປັນ ລັດມີສິດຖອນທີ່ດິນຄືນເພື່ອຮັບໃຊ້ຈຸດປະສົງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜົນປະໂຫຍດຂອງປະເທດຊາດ ແລະ ປະຕິບັດບັນດາໂຄງການເສດຖະກິດ - ສັງຄົມ. ທ່ານນາງ ເລທິກົງ, ສະມາຊິກສະພາແຫ່ງຊາດແຂວງ ບ່າເຣ້ຍ ຫວູງເຕົ່າ, ປະກອບຄຳເຫັນວ່າ:
“ເມື່ອວາງແຜນກຳນົດນຳໃຊ້ທີ່ດິນຕ້ອງອີງໃສ່ການພັດທະນາເສດຖະກິດ, ສັງຄົມສັງລວມ. ຂ້າພະເຈົ້າເຫັນດີເປັນເອກະພາບວ່າ: ການວາງແຜນກຳນົດນຳໃຊ້ທີ່ດິນຢ່າງໜ້ອຍສຸດແມ່ນ 10 ປີ, ແຜນການນຳໃຊ້ທີ່ດິນໜ້ອຍສຸດແມ່ນ 5 ປີ ແລະ ເຫັນດີເປັນເອກະພາບກຳນົດເນື້ອໃນການວາງແຜນກຳນົດນຳໃຊ້ທີ່ດິນຍັງເຫຼືອພຽງ 3 ຂັ້ນ: ຂັ້ນລະດັບຊາດ, ລະດັບແຂວງ ແລະ ລະດັບເມືອງແມ່ນເໝາະສົມກັບຄວາມຮຽກຮ້ອງຕ້ອງການປະຕິຮູບບໍລິຫານ, ປະຢັດລາຍຈ່າຍແກ່ຊັບພະຍາກອນມະນຸດ ແລະ ໄລຍະເວລາ. ເພື່ອສ້າງຄວາມສະດວກໃນການຖອນທີ່ດິນຄືນແນໃສ່ຈຸດປະສົງພັດທະນາເສດຖະກິດ - ສັງຄົມ ແລະ ສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນທີ່ມີທີ່ດິນໃນບໍລິເວນມີໂຄງການ ແລະ ເຈົ້າຂອງລົງທຶນ, ຂ້າພະເຈົ້າເຫັນດີເປັນເອກະພາບເລື່ອງປຶກສາ, ກຳນົດລາຄາທີ່ດິນຕາມຫຼັກການລາຄາທີ່ດິນຕ້ອງເໝາະສົມກັບລາຄາທີ່ດິນທົ່ວໄປໃນຕະຫລາດ. ”
ບັນດາບັນຫາທີ່ກ່ຽວຂ້ອງເຖິງການຢືດເອົາທີ່ດິນ, ການຊົດເຊີຍ, ລາຄາທີ່ດິນ, ປະສິດທິຜົນການນຳໃຊ້ທີ່ດິນ ແມ່ນເນື້ອໃນການປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໃນວັນທີ 17/6
ກ່ຽວກັບນະໂຍບາຍກົດໝາຍວ່າດ້ວຍທີ່ດິນສຳລັບຂົງເຂດກະສີກຳ. ທ່ານນາງ ຄຸກທິຢ່ວຽນ, ສສຊ ແຂວງທ໋າຍບິ່ງ, ຍົກຄຳເຫັນວ່າ:
“ກ່ຽວກັບເວລານຳໃຊ້ທີ່ດິນກະສີກຳ, ຂ້າພະເຈົ້າເຫັນດີແກ່ຍາວເວລານຳໃຊ້ແມ່ນ 50 ປີ ເພື່ອຊ່ວຍໃຫ້ຊາວກະສີກອນອູ່ນອ່ຽນໃຈ ຕິດພັນກັບທົ່ງນາ, ລົງທຶນທຳການຜະລິດ, ຍົກສູງປະສິດທິຜົນການນຳໃຊ້ທີ່ດິນ. ຂ້າພະເຈົ້າກໍ່ສະເໜີ ບໍ່ປັບປຸງທີ່ດິນກະສີກຳທີ່ໄດ້ມອບໃຫ້ຄອບຄົວຊາວກະສີກອນ ເພື່ອໃຫ້ເຂົາເຈົ້າອູ່ນອ່ຽນໃຈ ລົງທຶນເຂົ້າໃນການຜະລິດ ແລະ ສະເໜີໃນກົດໝາຍຕ້ອງກຳນົດຢ່າງລະອຽດກ່ຽວກັບນະໂຍບາຍໜູນຊ່ວຍໃຫ້ແກ່ຊາວກະສີກອນຜູ້ບໍ່ມີທີ່ດິນ ເພື່ອໃຫ້ເຂົາເຈົ້າອູ່ນອ່ຽນໃຈທຳການຜະລິດ ແລະ ຕິດພັນກັບຊົນນະບົດໃນໄລຍະປະຈຸບັນ ເພື່ອສ້າງຊົນນະບົດໃໝ່“.
ເພື່ອແນໃສ່ຫຼີກລ້ຽງການຟູມເຟືອຍໃນການນຳໃຊ້ທີ່ດິນ ພາຍຫຼັງໄດ້ຮັບທີ່ດິນ, ເຊົ່າທີ່ດິນ, ປ່ຽນຈຸດປະສົງນຳໃຊ້ທີ່ດິນ. ທ່ານນາງ ຫງວຽນທິຮົ່ງຮ່າ, ສສຊ ນະຄອນຮ່າໂນ້ຍ, ສະເໜີວ່າ:
“ຄວນເພີ່ມມາດຕະການປັບໄໝລົງໂທດສຳລັບບັນດາອົງການທີ່ໄດ້ຮັບທີ່ດິນ, ເຊົ່າທີ່ດິນຈາກລັດແຕ່ນຳເຂົ້າໃຊ້ການຢ່າງຊັກຊ້າ, ອັນໄດ້ກໍ່ຄວາມຟຸມເຟືອຍທີ່ດິນ ກໍ່ຄືສຳລັບບັນດານັກລົງທຶນທີ່ໄດ້ຮັບທີ່ດິນ ແລະ ເຊົ່າທີ່ດິນ ເພື່ອປະຕິບັດໂຄງການລົງທຶນ ແຕ່ບໍ່ນຳໃຊ້ໃນໄລຍະເວລາ 12 ເດືອນ ຫຼື ນຳໃຊ້ຊ້າກວ່າກຳນົດເວລາແມ່ນ 24 ເດືອນ“.