ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ)

(VOVWORLD) - ທີ່ການເຮັດວຽກໃນວັນທີ 22 ພະຈິກ, ສະພາແຫ່ງຊາດ ໄດ້ປະຊຸມຄົບຄະນະທີ່ຫໍປະຊຸມເພື່ອຮັບຟັງ ແລະ ປຶກສາຫາລືກ່ຽວກັບບົດລາຍງານໝາກຜົນ, ບົດລາຍງານການກວດກາ ກ່ຽວກັບວຽກງານຕ້ອນຮັບພົນລະເມືອງ

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 23 ພະຈິກ, ສະພາແຫ່ງຊາດ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ). ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານອະພິປາຍ, ຮັບຟັງ, ປັບປຸງຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ), ຫຼັງຈາກນັ້ນ, ສະພາແຫ່ງຊາດກໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບນີ້.

        ກ່ອນໜ້ານັ້ນ, ທີ່ການເຮັດວຽກໃນວັນທີ 22 ພະຈິກ, ສະພາແຫ່ງຊາດ ໄດ້ປະຊຸມຄົບຄະນະທີ່ຫໍປະຊຸມເພື່ອຮັບຟັງ ແລະ ປຶກສາຫາລືກ່ຽວກັບບົດລາຍງານໝາກຜົນ, ບົດລາຍງານການກວດກາ ກ່ຽວກັບວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂ ແລະ ຕິດຕາມການແກ້ໄຂໃບຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງທີ່ສົ່ງເຖິງສະພາແຫ່ງຊາດປີ 2023; ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງຂອງສານປະຊາຊົນ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ