ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການວາງແຜນຜັງ
ທ່ານລັດຖະມົນຕີກະຊວງແຜນການແລະການລົງທຶນຫງວຽນຈິ໋ຢຸງ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 21/11, ສະພາແຫ່ງຊາດໄດ້ປຶກສາຫາລືບາງເນືຶ້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນໃນຮ່າງກົດໝາຍວ່າດ້ວຍການວາງແຜນຜັງ. ບັນດາສະມາຊິກສະພາແຫ່ງຊາດຢືນຢັນຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍວ່າດ້ວຍການວາງແຜນຜັງ ເພື່ອແນໃສ່ແກ້ໄຂບັນດາສິ່ງຈຳກັດ, ອ່ອນດ້ອຍໃນວຽກງານວາງແຜນຜັງໄລຍະຜ່ານມາ. ວຽກງານວາງແຜນຜັງແມ່ນການຫັນແຜນນະໂຍບາຍ, ແນວທາງນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການກຳນົດທິດພັດທະນາປະເທດຊາດເປັນລະອຽດ, ສ້າງຄວາມເຫັນດີເປັນເອກະພາບໃນການຊີ້ນຳບໍລິຫານຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ, ສະແດງໃຫ້ເຫັນທັງເນື້ອໃນການສ້າງ, ແຜນຜັງ ແລະ ຄຸ້ມຄອງການປະຕິບັດແຜນຜັງ. ແລະກໍໃນວັນທີ 21/11, ສະພາແຫ່ງຊາດໄດ້ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍພິທັກຮັກສາ.