ສະພາແຫ່ງຊາດສືບຕໍ່ປຶກສາຫາລືບັນດາຮ່າງກົດໝາຍແລະຮັບຮອງເອົາກົດໝາຍ(ສະບັບປັບປຸງ)ທີ່ສຳຄັນຈຳນວນຫນຶ່ງ

ສະພາແຫ່ງຊາດສືບຕໍ່ປຶກສາຫາລືບັນດາຮ່າງກົດໝາຍແລະຮັບຮອງເອົາກົດໝາຍ(ສະບັບປັບປຸງ)ທີ່ສຳຄັນຈຳນວນຫນຶ່ງ - ảnh 1
ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ
ຊຸດ​ທີ 13 ​


(vovworld)- ວັນ​ທີ 19/6, ບັນດາ​ ສສຊ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ລົງ​ຄະ​ແນນ​ສຽງຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ລົ້ມ​ລະລາຍ(ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ສົມລົດ ​ແລະ ຄອບຄົວ(ສະບັບ​ປັບປຸງ). ​ໃນ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ ​ໄດ້​ປຶກ​ສາ​ຫາລື ຢູ່ ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວ​ພົນລະ​ເມືອງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​ພົນລະ​ເມືອງ.

ກ່ອນ​ຫນ້າ​ນັ້ນ, ​ໃນ​ວັນ​ທີ 18/6, ສະພາ​ແຫ່ງ​ຊາດ ​ໄດ້​ສະຫງວນ​ເວລາ​ສ່ວນ​ຫລາຍ​ເພື່ອ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່(ສະບັບ​ປັບປຸງ) ​ແລະ ຮ່າ​ງກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮ​ືອນຢູ່(ສະບັບ​ປັບປຸງ), ມີ ສສຊ ຫລາຍ​ທ່ານ ​ໄດ້​ສະ​ເຫ​ນີຄວນ​ມີ​ບັນດາ​ຂໍ້​ກຳນົດ​ສົ່ງ​ເສີມ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມ,​ຮັບປະກັນ​ໃຫ້​ແກ່​ຜູ້​ມີ​ລາ​ຍຮັບ​ຕຳ່​ມີ​​ເຮືອນຢູ່. ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ(ສະບັບ​ປັບປຸງ), ບັນດາ ສສຊ ​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ປັບປຸງ​ກົດໝາຍ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ຕະຫລາດ​ອະສັງຫາລິມະ​ຊັບ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ