ສະພາແຫ່ງຊາດສ.ເຊັກ ຮັບຮອງເອົາຂໍ້ ຕົກລົງກ່ຽວກັບບ້ວງກູ້ຊ່ວຍດ້ານການເງິນ

ສະພາແຫ່ງຊາດສ.ເຊັກ ຮັບຮອງເອົາຂໍ້ ຕົກລົງກ່ຽວກັບບ້ວງກູ້ຊ່ວຍດ້ານການເງິນ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 30/04, ດ້ວຍ​ບັດ​​ເຫັນ​ດີ 29 ບັດ ​ແລະ ບັດ​ຄ້ານ 27 ບັດ, ສາ​ພາ​ແຫ່ງ​ຊາດ​ສ.​ເຊັກ ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ກ່ຽວ​ກັບ​ບ້ວງ​ເງິນ​ກູ້​ຊ່ວຍທີ່​ມີ​ມູນ​ຄ່າ 10 ຕື້ ​ເອີ​ໂລ (13,1 ຕື້ USD) ທີ່​ບັນລຸ​ໄດ້​ກັບສະຫະພາບ​ເອີ​ລົບ (EU), ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລະ ທະນາຄາ​ນສູນ​ກາງ​ເອີ​ລົບ (ECB). ລັດຖະບານ​ເຊັກ ​ເຄີຍ​ກ່າວ​ເຕື່ອນວ່າ ຖ້າ​ຫາກ​ບ້ອງ​ເງິນ​ກູ້​ຊ່ວຍ​ນີ້ບໍ່​ໄດ້​ຮັບຮອງ​ເອົາ, ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ຈະ​ຕົກ​ຢູ່​ໃນ​ສະພາບ​ອັນຕະລາຍ. ຄາດ​ວ່າ, ສ, ​ເຊັກ ​ຈະ​ໄດ້ປ່ອຍບ້ວງ​ເງິນ​ທຳ​ອິດ​ໃນ້​ເດືອນ 5 ນີ້. ​ໃນ​ຂະນະ​ທີ່​ສະພາ​ແຫ່ງ​ຊາດພວມ​ປຶກສາ​ຫາລື​ແຜນການ​ດັ່ງກ່າວ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງປະມານ 400 ຄົນ ​ໄດ້​ປະ​ທ້ວງ​ຢູ່​ນອກ​ເພື່ອ​ຄັດຄ້ານ​ບ້ວງ​ເງິນ​ກູ້​ຊ່ວ​ຍຍ້ອນຖືກ​ປະຕິບັດ​ຕາມ​ບັນດາ​ເງື່ອນ​ໄຂ​ທີ່​​ເຄັ່ງ​ຄັດ, ສ.ເຊັກ ຕ້ອງ​ຮັດ​​ແຄບ​ຂອບ​ຂະໜາດ​ຂອງ​ຂະ​ແໜງ​ທະນາຄານ, ​ເພີ່ມພາສີ ​ແລະ ຫຼຸດຜ່ອນ​ລາຍ​ຈາ​ຍຂອງ​ລັດ​ໂດ​ຍ​ໄວ.

        ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ເຊັກ - EU, IMF ​ແລະ ECB ​​ເພື່ອ​ວາງ​ອອກ​ໂຄງການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ໃຫ້​ແກ່​ສ.​ເຊັກ ດ້ວຍ​ຂອບ​ຂະໜາດ​ການ​ເງິນ​ຂຶ້ນ​ເຖິງ 23 ຕື້ ​ເອີ​ໂລ, ​ໃນ​ນັ້ນ​ມີ 10 ຕື້​ເອີ​ໂລ ​ໂດ​ຍ EU, IMF ​ແລະ ECB ສະໜອງ, ສ່ວນ​ຍັງ​ເຫຼືອ​ ສ.ເຊັກ ຮັບປະກັນ​ດ້ວຍ​ການ​ສ້າງ​ໂຄງ​ບັນດາ​ທະນາຄານ​ໃຫຍ່​ຄືນ​ໃໝ່, ຫຼຸດຜ່ອນ​ຈຳນວນ​ເງິນ​ຝາກ​ບໍ່​ຄ້ຳປະກັນ, ຫຼຸດ​ຜ່ອນ​ລາຍ​ຈ່າຍ​ຂອງ​ລັດ, ​ເພີ່ມ​ພາສີ...

ຂ່າວ/ບົດ​ອື່ນ