ສະພາແຫ່ງຊາດຫວຽດນາມໄດ້ຮັບຮອງເອົາມະຕິຕົກລົງວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມປີ 2020

(VOVWORLD) -ໃນຂອບເຂດກອງປະຊຸມ ສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ XIV, ຕອນເຊົ້າວັນທີ 11 ພະຈິກ, ໄດ້ລົງມະຕິຮັບຮອງເອົາມະຕິຕົກລົງວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມປີ 2020.

 ຜ່ານນັ້ນ, ຫວຽດນາມ ສູ້ຊົນບັນລຸໄດ້ລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ປີ 2020 ປະມານ 6,8%, ໃນນັ້ນ, ຮັບປະກັນ ລະຫວ່າງເປົ້າໝາຍການເຕີບໂຕແລະຄວບຄຸມອັດຕາເງິນເຟີ້ ຢ່າງກົມກຽວ, ຮັບປະກັນຄວາມດຸ່ນດ່ຽງໃຫ່ຍຂອງພື້ນຖານເສດຖະກິດ, ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກແລະແກ້ໄຂບັນດາບັນຫາສັງຄົມ.

ສະພາແຫ່ງຊາດຫວຽດນາມໄດ້ຮັບຮອງເອົາມະຕິຕົກລົງວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມປີ 2020 - ảnh 1 (ພາບປະກອບ: quochoi.vn)

        ຈາກນັ້ນ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາໂຄງການກົດໝາຍວ່າດ້ວຍການລົງທຶນດ້ວຍຮູບການຄູ່ຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP). ທ່ານຫງວຽນຈີຢຸ໊ງລັດຖະມົນຕີກະຊວງແຜນການແລະການລົງທຶນຫວຽດນາມໃຫ້ຮູ້ວ່າ:

ການສ້າງກົດໝາຍດ້ວຍຄຸນຄ່ານິຕິກຳສູງ ດັດປັບການເຄື່ອນໄຫວການລົງທຶນ PPP. ຮັບປະກັນຂໍ້ກຳນົດຂອງກົດໝາຍໃຫ້ສອດຄ່ອງກັບ ບັນດາຄຳໝັ້ນສັນຍາສາກົນກ່ຽວກັບການລົງທຶນ, ການຄ້າ; ເຄົາລົບຫຼັກການເສດຖະກິດຕະຫຼາດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ, ລັດແລະນັກລົງທຶນນີ້ແມ່ນສິ່ງສຳຄັນ. ສ້າງຕັ້ງກົນໄກການປະຕິບັດໂຄງການ, ຄັດເລືອກນັກລົງທຶນແກ່ງແຍ້ງແຂ່ງຂັນ, ເປີດເຜີຍ, ໂປງໃສ, ມີປະສິດທິຜົນ, ງ່າຍດາຍ. ດຶງດູດໃຫ້ຫຼາຍທີ່ສຸດແລະນຳໃຊ້ແຫຼ່ງກຳລັງຂອງພາກເອກະຊົນຢ່າງມີປະສິດທິຜົນກໍ່ຄືບັນດາແຫຼ່ງກຳລັງຂອງ ລັດ ໃນໂຄງການ PPP, ສ້າງກຳລັງແຮງໃໝ່ໃນການຊຸກຍູ້ເສດຖະກິດ, ສັງຄົມຂອງ ປະເທດຊາດ”

        ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາຮ່າງກົດໝາຍສະບັບປັບປຸງ, ເພີ່ມຕື່ມບາງມາດຕາຂອງກົດໝາຍວ່າດ້ວຍການກໍ່ສ້າງ; ຮ່າງກົດໝາຍສະບັບປັບປຸງ, ເພີ່ມຕື່ມບາງມາດຕາຂອງກົດໝາຍວ່າດ້ວຍການສະກັດກັັ້ນ, ຕ້ານໄພທຳມະຊາດ ແລະ ກົດໝາຍວ່າດ້ວຍລະບົບຄັນຄູ./.

ຕອບກັບ

ຂ່າວ/ບົດ​ອື່ນ