ສະ​ພາ​ແຫ່​ງ​ຊາດອິ​ດ​ສະ​ລາ​ແອັນ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

(VOVWORLD) -ວັນທີ 16 ມີນາ ບັນດາສະມາຊິກລັດຖະສະພາຂອງ ອິດສະລາແອັນ ໄດ້ເຂົ້າພິທີສາບານຕົວຢູ່ສະພາແຫ່ງຊາດ (Knesset) ຊຸດໃໝ່ຂອງປະເທດນີ້. ພິທີໄດ້ດຳເນີນໃນສະພາບການອິດສະລາແອັນຫາກໍ່ດຳເນີນການເລືອກຕັ້ງທີ 3 ໃນຮອບເວລາ1 ປີ ແຕ່ຍັງບໍ່ທັນສ້າງລັດຖະບານໃໝ່ໄດ້ເທື່ອ. 
ສະ​ພາ​ແຫ່​ງ​ຊາດອິ​ດ​ສະ​ລາ​ແອັນ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ - ảnh 1

ທ່ານ Benny Gantz ການນຳພັກຂຽວຂາວ ອິດສະລາແອັນພົບປະເຈລະຈາກັບທ່ານ ປະທານາທິບໍດີ Reuven Rivlin ແລະ ໃນວັນທີ 23 ຕຸລາ 2019 (ພາບ: AFP/TTXVN)

ນອກຈາກນັ້ນ, ອິດສະລາແອັນຍັງຕ້ອງປະເຊີນໜ້າກັບຄວາມສ່ຽງແຜ່ລະບາດຂອງ ໂລກລະບາດ Covid -19. ທີ່ພິທີ, ທ່ານ ປະທານາທິບໍດີ Reuven Rivlin ພ້ອມກັບທ່ານ ນາຍົກລັດຖະມົນຕີ Benjamin Netanyahu ແລະ ການນຳຕ່າງໆ ໄດ້ຮຽກຮ້ອງໃຫ້ການນຳບັນດາພັກການເມືອງພ້ອມກັນສ້າງຕັ້ງລັດຖະບານໃໝ່ ຍິ່ງໄວຍິ່ງດີ. ໃນບົດກ່າວປາໄສ, ທ່ານ ປະທານາທິບໍດີ Reuven Rivlin ໄດ້ຕັກເຕືອນບັນດານັກການເມືອງແຖວໜ້າຂອງ ອິດສະລາແອັນວ່າ: ປະເທດພວມປະເຊີນໜ້າກັບສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ ແລະ ຕ້ອງການ ຄະນະການນຳທີ່ມີຄວາມຮັບຜິດຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ