(vovworld) - ວັນທີ 13/7, ສະພາແຫ່ງຊາດຊຸດໃໝ່ຂອງ ອີຣັກ ສືບຕໍ່ໂຈະວາລະປະຊຸມເພື່ອແນໃສ່ສ້າງຕັ້ງລັດຖະບານຊຸດໃໝ່ພາຍຫຼັງວາລະໄຂເຊິ່ງບໍ່ບັນລຸໄດ້ຄວາມຄືບໜ້າໃດໆໃນການແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງບັນດາກຸ່ມການເມືອງ. ຜູ້ຮັກສາການປະທານສະພາແຫ່ງຊາດ Mahdi Al Hafidh, ໃຫ້ຮູ້ວ່າ: ທີ່ວາລະປະຊຸມ, ດ້ວຍສະມາຊິກສະພາແຫ່ງຊາດ 233 ທ່ານໃນຈຳນວນ 328 ທ່ານເຂົ້າຮ່ວມນັ້ນ, ບັນດາຝ່າຍບໍ່ເຫັນດີເປັນເອກະສັນຜູ້ຈະນຳໜ້າອົງການນິຕິບັນຍັດ, ກໍ່ຄືຮອງປະທານສະພາແຫ່ງຊາດ 2 ທ່ານ. ດັ່ງນັ້ນ, ວາລະປະຊຸມຈະເລື່ອນໄປຮອດວັນທີ 15/7. ຕາມລັດຖະທຳມະນູນ ອີຣັກ ແລ້ວ, ພາຍຫຼັງການເລືອກຕັ້ັ້ງປະທານສະພາແຫ່ງຊາດ ແລະ ຮອງປະທານສະພາແຫ່ງຊາດ 2 ທ່ານ, ໃນຮອບເວລາ 30 ວັນຈາກນັ້ນສະພາແຫ່ງຊາດຕ້ອງເລືອກເຟັ້ນຜູ້ດຳລົງຕຳແໜ່ງປະທານາທິບໍດີ. ຈາກນັ້ນ, ປະທານາທິບໍດີຈະມີເວລາ 15 ວັນເພື່ອສະເໜີສະພາແຫ່ງຊາດບົ່ງຕົວນາຍົກລັດຖະມົນຕີ.