ສະພາແຫ່ງຊາດອາເມລິກາ ຢືນຢັນທ່ານ Obama ໄດ້ຮັບການເລືອກຕັ້ງ ເປັນປະທານາທິບໍດີ

ສະພາແຫ່ງຊາດອາເມລິກາ ຢືນຢັນທ່ານ Obama ໄດ້ຮັບການເລືອກຕັ້ງ ເປັນປະທານາທິບໍດີ - ảnh 1
(ທ່ານປະທານາທິບໍດີອາ​ເມ​ລິ​ກາ Obama)

(vovworld) -     ​ໃນ​ເກືອ​ບ 2 ​ເດືອນ​ພາຍຫຼັງ​ການ​ເລືອກ​ຕັ້ງ, ວັນ​ທີ 04/01, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ທ່ານ Obama ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີອາຍຸ​ການ​ທີ 2 (2013 - 2016) ຢ່າງ​ເປັນ​ທາງ​ການ. ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ນັບ​ບັດ ​ແລະ ຢືນຢັນ​ໄຊຊະນະ​ຂອງ​ທ່ານ Obama ຢ່າງ​ເປັນ​ທາງ​ການ ດ້ວຍ 332 ບັດສະໜັບສະໜູນຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​, ​ເມື່ອ​ທຽບ​ໃສ່​ກັບຄູ່​ແຂ່ງ​ສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney ຍາດ​ໄດ້​ພຽງ 206 ບັດ​ເທົ່າ​ນັ້ນ. ໝາກ​ພົນ​ຂອງ​ການ​ນັບ​ບັດ​ກໍ​ຢືນຢັນວ່າ ທ່ານ Joe Biden ​ໄດ້ຮັບ​ເລື​ອກຕັ້ງ​ເປັນ​ຮອງ​ປະທານາທິບໍດີ. ຕາມ​ຂໍ້​ກຳນົດ, ຜູ້​ອອກ​ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ ຢ່າງ​ໜ້ອຍ​ສຸດຕ້ອງ​ຍາດ​ໄດ້ 270 ບັດ​ສະ​ນັບ​ສະ​ໜູນ​ຂອງບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ກາຍເປັນ​ປະທານາທິບໍດີ. ​ເຖິງ​ວ່າ ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໄດ້​ຈະ​ແຈ້ງ​ໃນ​ວັນ​ເລືອກ​ຕັ້ງ 06/11/2012, ​ແຕ່​ຕາມ​ລັດຖະທຳ​ມະນູນ​ອາ​ເມ​ລິ​ກາ​ ​ໄດ້ກຳນົດ​ວ່າ ສະພາ​ແຫ່ງ​ຊາດ​ຕ້ອງ​ກວດກາ​ບັດ​ສະໜັບສະໜູນ ​ແລະ ຢັ້ງຢືນ​ຜູ້​ຮັບ​ໄຊຊະນະ.

ຂ່າວ/ບົດ​ອື່ນ