ສະພາແຫ່ງຊາດອາເມລິກາສືບຕໍ່ບໍ່ລົງລອຍກັນກ່ຽວກັບບັນຫາງົບປະມານ

ສະພາແຫ່ງຊາດອາເມລິກາສືບຕໍ່ບໍ່ລົງລອຍກັນກ່ຽວກັບບັນຫາງົບປະມານ - ảnh 1
ປະທານາທິບໍດີ ອາເມລິກາ Brack Obama
ພາບ: internet

(vovworld)- ​​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ລັດຖະບານ​ອາ​ເມ​ລິ​ກາ ຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​​​ກ້າວ​ເຂົ້າ​ສູ່ ​ມື້​ທີ 7, ປະທານ​ສະພາ​ຕຳ່ ອາ​ເມ​ລິ​ກາ John Boehner ຍັງ​ຖະ​ແຫລ​ງວ່າ ອົງການ​ນິຕິບັນຍັດ​ນີ້ ຈະ​ບໍ່​ຮັບຮອງ​ເອົາ​ແຜນ​ຮ່າງ​ງົບ​ປະມານ​ຊົ່ວຄາວ ​ເພື່ອ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ກໍ​ຄື​ຈະ​ຍົກຫນີ້​ສິນ​ເຟດານ ​ເມ່ືອ​​ໃດ​ປະທານາທິບໍດີ Barck Obama ບໍ່ທັນ​ເຊື່ອມ​ຕໍ່​ການ​ເຈລະ​ຈາ. ຕອບ​ສຳພາດຕໍ່ນັກ​ຂ່າວ ຊ່ອງ​ໂທລະພາບ ABC ​ໃນ​ວັນ​ທີ 6/10, ທ່ານ John Boehner ​ເນັ້ນ​ຫນັກ​ວ່າ: ຈະ​ບໍ່ມີ​ເລື່ອງ ສະພາ​ຕຳ່ ຮັບຮອງ​ເອົາ​ແຜນ​ຮ່າງ​ງົບປະມານ​ໄປ​ພ້ອມ​ກັບ​ເງື່ອນ​ໄຂ​​ເພີ່ມ​ຫນີ້​ສິນ​ເຟດານ​ສະຫະລັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ