ສະພາແຫ່ງຊາດຮັບຮອງເອົາກົດໝາຍ,ມະຕິ6ສະບັບ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 20/6, ດ້ວຍຈຳນວນ​ບັດ​ເຫັນ​ດີ​ຢ່າງ​ສູງ, ບັນດາ ສສຊ ​ໄດ້​ຮັບຮອງ​ເອົາ​ມະຕິ​ໃຫ້​ສັດຕະຍາບັນສະຫລຸບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດປີ 2011. ນອກ​ນັ້ນ ສະພາ​ແຫ່ງ​ຊາດ​ຍັງ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ​ສະບັບ​ປັບປຸງ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ສສຊ ຫລາຍ​ທ່ານ​ຖື​ວ່າ: ຮ່າງ​ກົດໝາຍ​ສະບັບ​ນີ້​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ໃຫ້​ບຸລິ​ມະ​ສິດ,​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ, ສິນຄ້າ​ພາຍ​ໃນ​ປະ​ເທດ. ​ການ​ບຸລິ​ມະ​ສິດ​ບໍ່​ແມ່ນ​ຫລຸດຜ່ອນ​ບັນດາ​ມາດຖານ, ​ຫລຸດຜ່ອນ​ຄວາມ​ແກ້ງ​ແຍ້​ງ​ໃນ​ການ​ປະມູນ​ ຫາກ​ເພື່ອ​ຕິດ​ພັນ​ການ​ແກ້​ໄຂບັນດາ​ບັນຫາ​​ເສດຖະກິດກັບສັງຄົມ, ຊຸກຍູ້​ການ​ຜະລິດ​ພາຍ​ໃນ​ປະ​ເທດ, ສ້າງ​ວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ພາຍ​​ໃນ​ປະ​ເທດ.

ສະພາແຫ່ງຊາດຮັບຮອງເອົາກົດໝາຍ,ມະຕິ6ສະບັບ - ảnh 1
ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ 3 ສະ​ບັບ​
ໃນ​ວາ​ລະ​ປະ​ຊຸມ​ຂອງວັນ​ທີ 20/6
ພາບ:internet

ຕອນ​ບ່າຍ​ວັນ​ດຽວ​ກັນ ບັນດາສສຊ ລົງມະຕິ​ຮັບຮອງ​ເອົາ 2 ມະຕິ ​ແລະ ກົດໝາຍ 3 ສະບັບ. ນັ້ນ​ແມ່ນ​ມະຕິ​ກ່ຽວ​ກັບ​ໂຄງການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພ​າ​ແຫ່ງ​ຊາດ​ປີ 2014. ມະຕິ​ກ່ຽວ​ກັບ​ການ​ເຈລະຈາ​ເຊັ່ນ​ຂໍ້​ຕົກລົງ​ຂັ້ນ​ລັດຖະບານ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະ​ຍົມ​ຢ່າງ​ເສລີ ​ແລະ ການ​ສົມລົດ​ໂດຍ​ບໍ່​ຈົດ​ທະບຽນ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ. ກົດໝາຍ​ວ່າ​ດ້ວຍ​ການ​ໄກ່​ເກ​່ຍປອງ​ດອງ​ຂັ້ນ​ຮາກ​ຖານ, ກົດໝາຍ​ ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍວ່າ​ດ້ວຍ​ການ​ພັກ​ອາ​ໄສ, ກົດໝາຍ​ປັບປຸງ,​ເພີ່ມ​​ເຕີມ​ມາດຕາ 170 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ