ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ(ສະບັບປັບປຸງ)ແລະກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ)

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ(ສະບັບປັບປຸງ)ແລະກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ) - ảnh 1
ພາບ​ປະ​ກອບ

(vovworld) – ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ (ສະ​ບັບ​ປັບ​ປຸງ) ແລະ ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ (ສະ​ບັບ​ປັບ​ປຸງ) - ຮ່າງ​ກົດ​ໝາຍ 2 ສະ​ບັບ​ນີ້​ໂດຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ດ້ວຍ​ບັດ​​ເຫັນ​ດີ​ເປັນ​ສ່ວນຫຼາຍ ທີ່​ວາ​ລະ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 26/11 ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາມ​ັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13.

        ກົດ​ໝາຍ​ວ່າ​ດ​້ວຍ​ການ​ລົງ​ທຶນ (ສະ​ບັບ​ປັບ​ປຸງ) ລວມ​ມີ 7 ພາກ 76 ມາດ​ຕາ. ຈຸດ​ພົ້​ນ​ເດັ່ນຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງ​ທຶນ (ສະ​ບັບ​ປັບ​ປຸງ) ແມ່ນ​​ຫລຸດ​ຜ່ອນບ​ຈຳ​ນວນ​ຂະ​ແໜງ​ຫ້າມ​ດຳ​ເນີນ​ທຸ​ລະ​ກິດ​ຈາກ 51 ລົງ​ເຫຼືອ​ພຽງ 6 ຂະ​ແໜງ, ໃນ​ຂະ​ນະ​ນັ້ນຈຳ​ນວນ​ຂະ​ແໜ​ງ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​​ທີ່ມີ​ເງື່ອນ​ໄຂ​ກໍ່​ຫລຸດ​​ຈາກ 386 ລົງ​ເຫຼືອ​ພຽງ 272 ຂະ​ແໜງ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ວິ​ວັດ​ທະ​ນາ​ການ​ປັບ​ປຸງ​ຮ່າງ​ກົດ​ໝາຍ ດ້ວຍ​ຄວາມ​ຫວັງ​ສ້າງ​ເງື່ອນ​ໄຂ​ສູງ​ສຸດ​​ເພື່ອໃຫ້​ບັນ​ດາ​ນັກ​ລົງ​ທຶນ​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ເສ​ລີ ແລະ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ.

        ກົດ​ໝາຍ​ວ່າ​ດ​້ວຍ​​ວິ​ສາ​ຫະ​ກິດ (ສະ​ບັບ​ປັບ​ປຸງ) ລວມ​ມີ 10 ພາກ 213 ມາດ​ຕາ, ໃນ​ນັ້ນ ເປັນ​ໜ້າ​ສົນ​ໃຈ​​ແມ່ນເມື່ອ​​ອອກ​ໃບ​ຢັ້ງ​ຢືນ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ, ໃບ​ຢັ້ງ​ຢືນນີ້ບໍ່​ ​ຮັບ​​ຮູ້ຂະ​ແໜງ​ອາ​ຊີບ​ທັງ​ໝົດ​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ ຫາກ​​ພຽງ​ແຕ່ຮັບ​ຮູ້​ຂະ​ແໜງ​ອາ​ຊີບ​ດຳ​ເນີ​ນ​ທຸ​ລະ​ກິດ​ທີ່​ຂຶ້ນ​ກັບ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂະ​ແໜງ​​ອາ​ຊີບດຳ​ເນີນ​ທຸ​ລະ​ກິດ​ທີ່​ມີ​ເງື່ອນ​ໄຂ​ເທົ່າ​ນັ້ນ. ບັນ​ດາ​ແຫຼ່ງ​ຂ່າວ​ອື່ນໆ​ຈະ​ໄດ້​ຮັກ​ສາ​ເປັ​ນ​ສຳ​ເນົາ​ເອ​ກະ​ສານ​ຈົດ​ທະ​ບຽ​ນ, ວິ​ສາ​ຫະ​ກິດ​ຢູ່​​ການ​ຂໍ້​ມູນແຫ່ງ​ຊາດ.

        ກົດ​ໝາຍ 2 ສະ​ບັບ​ດັ່ງ​ກ່າວ​ລ້ວນ​ແຕ່​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັ​ນ​ທີ 1/7/2015 ເປັນ​ຕົ້ນ​ໄປ.

        ໃນ​ຕອ​ນ​ເຊົ້າ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການກວດ​ສອບ​ບັນ​ຊີ​ແຫ່ງ​ລັດ (ສະ​ບັບ​ປັບ​ປຸງ).


ຂ່າວ/ບົດ​ອື່ນ