ສະພາແຫ່ງຊາດຮັບຮອງເອົາກົດໝາຍສຳຄັນບາງສະບັບ

ສະພາແຫ່ງຊາດຮັບຮອງເອົາກົດໝາຍສຳຄັນບາງສະບັບ - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພ​າແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13)

(vovworld)- ຕອນ​ບ່າຍ​ວັນ​ທີ 23/6, ສະພາ​ແຫ່ງ​ຊາດ​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະຊຸມ, ລົງ​ມະຕິຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ ລ້ອມ(ສະບັບ​ປັບປຸງ) ​ແລະ ປຶກສາ​ຫາລື​ກຮ່າງ​ກົດໝາ​ຍປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ ສານ​​ແພ່ງ.

ກ່ອນ​ຫນ້າ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ລົງ​ມະຕິຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ພາສີ(ສະບັບ ​ປັບປຸງ) ​ແລະ ປືກສາ​ຫາລື ຢູ່ ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ). ​ເມື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ(ສະບັບ​ປັບປຸງ), ສສຊ ບາງ​ທ່ານ ຖື​ວ່າ: ໃນ​ຮ່າງ​ກົດໝາຍ​ມີ​ຫລາຍ​ເນື້ອ​ໃນ​ມີ​ລັກສະນະ​ບຸກທະລຸ​ກ່ຽວ​ກັບ​ລະບອບ​ນະ​ ໂຍບາຍ, ປະກອບສ່ວນ​ຍົກ​ສູງ​ລັກສະນະ​ໂປ່​ງ​ໃສ, ດູດ​ດື່ມ ​ແລະ ກຳລັງ​ຄວາມ​ສາມາດ​ຂອງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ,​ສືບ​ຕໍ່​ການ​ຫັນປ່ຽນ ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ລົງທຶນ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ລົງທຶນ.


ຂ່າວ/ບົດ​ອື່ນ