ສະພາແຫ່ງຊາດເກັຼກຮັບຮອງເອົາກົດໝາຍໝາຍສະບັນທີ2ກ່ຽວກັບປະຕິຮູບມາດຕະການຮັດເຂັມຄັດ

ສະພາແຫ່ງຊາດເກັຼກຮັບຮອງເອົາກົດໝາຍໝາຍສະບັນທີ2ກ່ຽວກັບປະຕິຮູບມາດຕະການຮັດເຂັມຄັດ - ảnh 1
ສະພາແຫ່ງຊາດເກັຼກ
(ພາບ:AFP/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/7, ສະພາ​ແຫ່ງ​ຊາດ​ເກັຼກ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ສະບັບ​ທີ 2 ກ່ຽວ​ກັບ​ການ​ປະຕິ​ຮູບບັນດາ​ມາດ​ຕະການ​ຮັດ​ເຂັມຄັດຕາມ​ຄວາມ​ຮຽກຮ້ອງ​ຂອງ​ບັນດາ​ເຈົ້າ​ໜີ້​ສາກົນ ​ເພື່ອ​ເປີດຊ່ອງ​ທາງ​ໃຫ້ການ​ປ່ອຍ​​ບ້ວງ​ເງິນກູ້​ຊ່ວຍທີ 3 ທີ່ມີ​ມູນ​ຄ່າ 86 ຕື້ ​ເອີ​ໂຣ (96 ຕື້ USD), ຮ່າງ​ກົດໝາຍ​ປະຕິ​ຮູບ​ທີ 2 ​ໄດ້ຮັບການ​ຮັບຮອງ​ເອົາ ​​ຈາກສະມາຊິກລັດຖະສະພາ 200 ຄົນທີ່​ສະ​ໜັບສະ​ໜູນ​ໃນ​ສະພາ​ແຫ່ງ​ຊາດ​ເກັຼກ ລວມມີ  ສະມາຊິກ 300 ຄົນ. ຮ່າງ​ກົດໝາຍ​​ໃໝ່​ຄັ້ງ​ນີ້ລວມມີ​ບັນດາ​ການ​ປະຕິ​ຮູບ ກ່ຽວ​ກັບ​ລະບົບ​ຕຸລາການ​ພົນລະ​ເຮືອນ, ສານ ​​ເຊິ່ງໄດ້​ຮັບ​ການ​ຕີ​ລາຄາ​ວ່າແມ່ນ​ກໍ​ຄວາມ​ຖຽງ​ກັນ​ໜ້ອຍ​ສຸດ​ ​ເມື່ອ​ທຽບ​ໃສ່​​ກົດໝາຍປະຕິ​ຮູບເຊິ່ງລວມມີ​ບັນດາ​ມາດ​ຕະການ​​ເຄັ່ງ​ຄັດ ​​ເຊິ່ງໄດ້​ຮັບຮອງ​​ເອົາໃນ​ວັນ​ທີ 16/7.

   ກ່ອນ​ໜ້າ​ນັ້ນ, ທະນາຄານ​ສູນ​ກາງ​ເອີ​ລົບ (ECB) ​ໄດ້​ສືບ​ຕໍ່​ສະໜອງ​ບ້ວງ​ເງິນ​ສິນ​ເຊື່ອ​ ຕື່ມ​ອີກ ​ເພື່ອໜູນ​ຊ່ວຍ​​ໃຫ້ການຊຳລະ​ໜີ້ຢ່າງ​ຮີບ​ດ່ວນ (ELA) ​ໃຫ້​ບັນດາ​ທະນາຄານ​ເກັຼກ, ລວມມູນ​ຄ່າ 900 ລ້ານ​ເອີ​ໂຣ.

ຂ່າວ/ບົດ​ອື່ນ