ສະມັດຊາໃຫ່ຍ ສປຊ ຮັບຮອງເອົາມະຕິກ່ຽວກັບ ຜືນແຜ່ນດິນອັນຄົບຖ້ວນ ຂອງຢູແກຼນ


ສະມັດຊາໃຫ່ຍ ສປຊ ຮັບຮອງເອົາມະຕິກ່ຽວກັບ ຜືນແຜ່ນດິນອັນຄົບຖ້ວນ ຂອງຢູແກຼນ - ảnh 1

ການ​ປະຊຸມ​ຄັ້ງ 1 ຂອງ ສະມັດຊາ​ໃຫ່ຍ ສປຊ

(ພາບ: THX/TTXVN)

 (vovworld)- ​ວັນ​ທີ 27/3, ສະມັດຊາ​ໃຫ່ຍ ສປຊ ຮັບຮອງ​ເອົາ​ຮ່າງມະຕິດ້ວຍ​ຫົວ​ຂໍ້ “ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ແກຼນ“ ດ້ວຍ 100 ບັດ​ເຫັນ​ດີ, 11 ບັດຄັດຄ້ານ ​ແລະ 58 ບັດ​ຂາວ.

  ບັນດາ​ປະ​ເທດ​ປ່ອນ​ບັດຄັດຄ້ານ​ລວມມີ: ລັດ​ເຊຍ, ອາກ​ເມ​ເນຍ, ​ເບ​ລາຣຸດ, ​ໂບລີ​ເວ​ຍ, ກູ​ບາ, ນີກາຣາກວາ, ຊີຣີ, ຊູ​ດັງ, ສປປ.​ເກົາຫຼີ, ​ເວ​ເນ​ຊູ​ເອລາ ​ແລະ ຢີມບາ​ບູ​ເອ. ​ໃນ​ຂະນະ​ນັ້ນ, ອິນ​ເດຍ, ບຣາຊິນ, ອາ​ຟຼິກກາ​​ໃຕ້ ​ແລະ ຈີນ ​ໄດ້​ປ່ອນ​ບັດ​ຂາວ. ບາງ​ປະ​ເທດ​ບໍ່​ເຂົ້າຮ່ວມ​ການ​ປ່ອນ​ບັດ. ຮ່າງ​ມະຕິ​ສະບັບ​ນີ້​ໂດຍ​ຢູ​ແກຼນ ຮຽບຮຽງ ​ແລະ ສະ​ເໜີ ດ້ວຍ​ການ​ປົກ​ປ້ອງ​ຮ່ວມ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ ຊື່​ງຕາມ​ນັ້ນ​ແລ້ວ​ໄດ້​ຢັ້ງຢືນ​ລັກສະນະ​ຜືນ​ແຜ່ນດິນອັນຄົບ​ຖ້ວນ, ຄວາມ​ເປັນ​ເອກະລາດ​ດ້ານ​ການ​ເມືອງ​ຂອງ​ຢູ​ແກຼນ ພ້ອມ​ທັງ​ບໍ່​ຮັບຮອງ​ລັກສະນະ​ກົດໝາຍ​ຂອງ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຄວາມ​ເປັນ​ເອກະລາດ​ຂອງ Crimea.

  ກ່ຽວ​ກັບ​ສະພາບ​ການ ຢູ​ແກຼນ, ວັນ​ທີ 27/3, ສະຫະພາບ​ເອີ​ລົບ (ອີ​ຢູ) ​ໃຫ້​ຄຳໝັ້ນສັນຍາ​ສະໜອງ​​ເງິນຈຳນວນ 1,2 ຕື້​ໂດ​ລາ​ສະຫະລັດ​ໃຫ້​ແກ່​ຢູ​ແກຼນ ​ໃນ​ຮອບ​ເວລາ 3 ​ເດືອນ​ຂ້າງ​ໜ້າ ຖ້າ​ຫາກ​ວ່າ​ປະ​ເທດ​ນີ້​ສຳ​ເລັດວຽກ​ງານ​ໄປ​ສູ່​ການ​ຕົກລົງ​ກັບກອງທຶນ​ເງິນຕາ​ສາກົນ (IMF). ​ໃນ​ວັນ​ດຽວ​ກັນ, ສະພາ​ຕ່ຳ ​ແລະ ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ບັນດາ​ຮ່າງ​ກົດໝາຍ​ສະໜອງ​ເງິນ​ຊ່ວຍ​ເຫຼືອໃຫ້​ແກ່ ຢູ​ແກຼນ, ສະໜັບສະໜູນ​ບ້ວງ​ເງິນ​ກູ້​ຢືມ 1 ຕື້​ໂດ​ລາ​ສະຫະລັດຂອງ​ອຳນາດ​ການ​ປົກຄອງ ກີ​ແອບ./.

ຂ່າວ/ບົດ​ອື່ນ