ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ກ່າວ​ປະ​ນາມເລື່ອງ ລັດ​ເຊຍ​ ປະ​ກາດ ໂຮມ​ບາງ​ເຂດ​ຂອງ ຢູ​ແກຼນ ເຂົ້າ​ດິນ​ແດນ​ຂອງ​ຕົນ

(VOVWORLD) -ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການກ່າວປະນາມເລື່ອງ ລັດເຊຍ ປະກາດໂຮມບາງເຂດຂອງ ຢູແກຼນ ເຂົ້າດິນແດນຂອງຕົນ ພ້ອມທັງຮຽກຮ້ອງໃຫ້ ລັດເຊຍ ຕ່າວປີ້ນການກະທຳຂອງຕົນ
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ກ່າວ​ປະ​ນາມເລື່ອງ ລັດ​ເຊຍ​ ປະ​ກາດ ໂຮມ​ບາງ​ເຂດ​ຂອງ ຢູ​ແກຼນ ເຂົ້າ​ດິນ​ແດນ​ຂອງ​ຕົນ - ảnh 1ທ່ານເອກອັກຄະລັດຖະທູດ ລັດເຊຍ ກ່າວຄຳເຫັນທີ່ສະມັດຊາໃຫຍ່ ສປຊ (ພາບ: AP)

ວັນທີ 13 ຕຸລາ, ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການກ່າວປະນາມເລື່ອງ ລັດເຊຍ ປະກາດໂຮມບາງເຂດຂອງ ຢູແກຼນ ເຂົ້າດິນແດນຂອງຕົນ ພ້ອມທັງຮຽກຮ້ອງໃຫ້ ລັດເຊຍ ຕ່າວປີ້ນການກະທຳຂອງຕົນ. ມະຕິສະບັບນີ້ ໄດ້ຮັບບັດສະໜັບສະໜູນ 143 ບັດ, ບັດຄ້ານ 5 ບັດ ແລະ ບັດຂາວ 35 ບັດ. ມະຕິກໍຮຽກຮ້ອງໃຫ້ທຸກປະເທດ, ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ບໍ່ຮັບຮອງເອົາຖະແຫຼງການດັ່ງກ່າວຂອງ ລັດເຊຍ ແລະ ຮຽກຮ້ອງໃຫ້ ລັດເຊຍ ຈົ່ງຕ່າວປີ້ນການກະທຳໃນທັນທີ. ມະຕິສະບັບນີ້ ກໍຊົມເຊີຍ ແລະ ສະແດງການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງ ທ່ານເລຂາທິການໃຫຍ່ ສປຊ ແລະ ບັນດາປະເທດສະມາຊິກ, ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຂອງສະພາບການປັດຈຸບັນ ແນໃສ່ການສ້າງສັນຕິພາບໂດຍຜ່ານການເຈລະຈາ ແລະ ໄກ່ເກ່ຍ.

ນັກຂ່າວ VOV ປະຈຳ ອາເມລິກາ.  

ຕອບກັບ

ຂ່າວ/ບົດ​ອື່ນ