ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍການ​ຮຽກ​ຮ້ອງ​ໃຫ້​ລັດ​ເຊຍ ຢຸດ​ຕິ​ກາ​ນ​ກະ​ທຳ​ດ້ານການ​ທະ​ຫານ​ຢູ່​ຢູແກຼນ

(VOVWORLD) -ວັນທີ 24 ມີນາ, ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ລັດເຊຍ ຢຸດຕິການກະທຳດ້ານການທະຫານຢູ່ຢູແກຼນ. 
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍການ​ຮຽກ​ຮ້ອງ​ໃຫ້​ລັດ​ເຊຍ ຢຸດ​ຕິ​ກາ​ນ​ກະ​ທຳ​ດ້ານການ​ທະ​ຫານ​ຢູ່​ຢູແກຼນ - ảnh 1ນະຄອນຫຼວງ Kiev, ຢູແກຼນ ໃນວັນທີ 24 ມີນາ (ພາບ: Ukraine News)

ດ້ວຍບັດສະໜັບສະໜູນ 140 ບັດ, ບັດຄ້ານ 5 ບັດ ແລະ ບັດຂາວ 38 ບັດ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິໂດຍ ອາເມລິກາ ແລະ ປະມານ 20 ປະເທດສະມາຊິກ ຮຽກຮ້ອງໃຫ້ລັດເຊຍ ຈົ່ງຢຸດຕິການກະທຳດ້ານການທະຫານຢູ່ຢູແກຼນ. ມະຕິຮຽກຮ້ອງໃຫ້ລັດເຊຍ ຕ້ອງປົກປ້ອງສາມັນຊົນ, ພະນັກງານການແພດ, ພາລະກອນໜູນຊ່ວຍດ້ານມະນຸດສະທຳ, ນັກຂ່າວ, ໂຮງໝໍ ແລະ ບັນດາຮາກຖານພົນລະເຮືອນ. ມະຕິກໍ່ຮຽກຮ້ອງໃຫ້ບັນດາກຳລັງລັດເຊຍ ຈົ່ງຢຸດຕິການປິດລ້ອມບັນດານະຄອນ, ລະອຽດ ແມ່ນ Mariupol.  

ນີ້ເປັນຄັ້ງທີ 2 ທີ່ສະມັດຊາໃຫຍ່ ສປຊ ດ້ວຍປະເທດສະມາຊິກ 193 ປະເທດ ໄດ້ປ່ອນບັດຮັບຮອງເອົາມະຕິຄັດຄ້ານບັ້ນຮົບການທະຫານຂອງລັດເຊຍ ຢູ່ ຢູແກຼນ.

ບັນດາມະຕິຂອງສະມັດຊາໃຫຍ່ ສປຊ ບໍ່ໄດ້ຜູກມັດດ້ານນິຕິກຳ ແຕ່ຈະເນັ້ນໄປທາງດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ