ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້ ​ອາ​ເມ​ລິ​ກາ ​ຢຸດ​ຕິ​ການ​ຂວ້ຳ​ບາດ ກູ​ບາ

(VOVWORLD) -ວັນທີ 3 ພະຈິກ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ ອາເມລິກາ ຢຸດຕິການຂວໍ້າບາດ ກູບາ. 
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້ ​ອາ​ເມ​ລິ​ກາ ​ຢຸດ​ຕິ​ການ​ຂວ້ຳ​ບາດ ກູ​ບາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez ກ່າວຄຳເຫັນຢູ່ສະມັດຊາໃຫຍ່ ສປຊ
(ພາບ: Reuters)

ມະຕິມີຊື່ວ່າ ຄວາມຈຳເປັນໃນການຢຸດຕິຄຳສັ່ງຂວໍ້າບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ອາເມລິກາ ຈັດວາງໃສ່ ກູບາ. ມະຕິໄດ້ຮັບບັດສະໜັບສະໜູນ 185 ບັດ, ບັດຂາວ ສອງບັດ ຂອງ ບຣາຊິນ ແລະ ຢູແກຼນ; ບັດຄັດຄ້ານ ສອງບັດ ຂອງ ອາເມລິກາ ແລະ ອິດສະລາແອນ. ນີ້ແມ່ນປີ 30 ຢ່າງລຽນຕິດມະຕິນີ້ ໄດ້ຮັບຮອງເອົາຢູ່ມະມັດຊາໃຫຍ່ ສປຊ. ກ່າວຄຳເຫັນທີ່ ການປຶກສາຫາລື ຂອງສະມັດຊາໃຫຍ່ ສປຊ, ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez ໃຫ້ຮູ້ວ່າ, ຄຳສັ່ງຂວ້ຳບາດຂອງ ອາເມລິກາ ມີຜົນກະທົບຄືໂລກພະຍາດຖາວອນ ແລະ ໄດ້ກໍ່ຜົນເສຍຫາຍຂຶ້ນເຖິງ 150 ຕື້ USD ໃຫ້ແກ່ພື້ນຖານເສດຖະກິດ ກູບາ ໃນຮອບເວລາ 60 ປີຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ກູບາ ເອີ້ນຄຳສັ່ງຂວ້ຳບາດຂອງ ອາເມລິກາ ຄືການກະທຳຂອງສົງຄາມເສດຖະກິດ ດ້ວຍເປົ້າໝາຍສະກັດກັ້ນ ກູບາສຳຜັດກັບແຫຼ່ງການເງິນ, ຫຼຸດຜ່ອນຄວາມສາມາດຂອງລັດຖະບານ ກູບາ ໃນການຕອບສະໜອງບັນດາຄວາມ ຕ້ອງການຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ