ສະມັດຊາໃຫຍ່ສະຫະ ປະຊາຊາດ ປຶກສາຫາລື ກ່ຽວກັບວິກິດການຢູ່ ຊີຣີ

ສະມັດຊາໃຫຍ່ສະຫະ ປະຊາຊາດ ປຶກສາຫາລື ກ່ຽວກັບວິກິດການຢູ່ ຊີຣີ - ảnh 1
ກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ

(vovworld) – ວັນ​ທີ 2/8, ສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຊີຣີ ​ແລະ ອາດ​ຈະ​ປ່ອນ​ບັດ​ໃຫ້​ແກ່​ຮ່າງ​ມະຕິ​ກ່າວ​ປະມານ​ສະພາ​ຄວາມ​ໝັ້ນຄົງ​ບໍ່​ຍົກ​ອອກ​ມາດ​ຕະການ​ໃດໆ​ທີ່​ມີ​ຕໍ່ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Bashar al – Assad. ກອງ​ປະຊຸມ​ຂອງ​ສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ ຖືກ​ຈັດ​ຂຶ້ນ​ພາຍຫຼັງທີ່ ລັດ​ເຊຍ ​ແລະ ຈີນ ນຳ​ໃຊ້​ສິດ​ຢັບຢັ້ງຢູ່​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ເພື່ອ​ປະຕິ​ເສດ​ຮ່າງ​ມະຕິ​ກ່ຽວ​ກັບ ຊີຣີ ​ໂດຍ ຝ່າຍ​ຕາ​ເວັນ​ຕົກ​ນ້ຳ ສະ​ເໜີ, ​ໃນ​ນັ້ນ, ກ່າວ​​ເຕືອນ​ວ່າ​ຈະ​ລົງ​ໂທດ​ອຳນາດ​ການ​ປົກຄອງ ຊີຣີ  ຖ້າ​ຫາກ​ບໍ່ຍຸດຕິ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ. ດ່ັງ​ນັ້ນ, ຮ່າງ​ມະຕິ​ເຊິ່ງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ກຽ​ມ ຮັບຮອງ​ເອົາ​ຖືກ​ຖື​ວ່າ: ​ແມ່ນ​​ເລັ່ງ​ໃສ່​ລັດ​ເຊຍ ​ແລະ ຈີນ. ນ​ອກຈາກ​ນັ້ນ​ແລ້ວ, ຮ່າງ​ມະຕິ​ນີ້ ກໍ​ໄດ້​ຫຍ້ຳຄືນ​ຄຳ​ຮຽກຮ້ອງ​ຂອງ​ສະຫະພັນ ອາຣັບ, ທີ່ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ al – Assad ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ປະຕິບັດ​ວິວັດ​ການ​ມອ​ບໂອນອຳນາດການ​ເມືອ​ງ ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ປະຊາທິປະ​ໄຕ.

ຂ່າວ/ບົດ​ອື່ນ