ກອງປະຊຸມໃຫຍ່ທົ່ວປະເທດ
ຄັ້ງທີ 15 ສະມາຄົມມິດຕະພາບຝລັ່ງ-ຫວຽດນາມ
ພາບ:baomoi.com
|
(vovworld)- ວັນທີ 6/12, ຢູ່ ປາຣີ, ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ (AAFV) ໄດ້ຈັດຕັ້ງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 15 ເພື່ອສະຫລຸບວຽກງານໃນອາຍຸການ 2011-2014 ແລະ ຮັບຮອງເອົາທິດທາງການເຄື່ອນໄຫວໃຫ້ແກ່ອາຍຸການ 2014-2016. ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ ໂດຍທ່ານນາງ ຟ້າມທິທາຍ, ຮອງເລຂາທິການ, ຫົວຫນ້າຄະນະເອີລົບຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມນຳຫນ້າ. ໃນບົດສະຫລຸບທີ່ສະເຫນີໃນວາລະໄຂກອງປະຊຸມ, ທ່ານ Jean Pierre Archambault, ເລຂາທິການ AAFV ຢືນຢັນວ່າ: ບັນດາເຫດການສຳຄັນໃນໄລຍະຜ່ານມາ ໄດ້ປະກອບສ່ວນຮັດແຫນ້ນການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຝລັ່ງ ແລະ ຫວຽດນາມ. ໃນອາຍຸການຜ່ານມາ, AAFV ເຄື່ອນໄຫວຢ່າງຕັ້ງຫນ້າ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.