ພາບປະກອບ
|
(vovworld) – ສະມາຊິກພັກກອມມູນິດ ຫວຽດນາມ ຫຼາຍຄົນທີ່ພວມຮຳ່ຮຽນຢູ່ຕ່າງປະເທດ ເອົາໃຈໃສ່ຕິດຕາມວາລະໄຂຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ຜ່ານພາຫະນະສື່ມວນຊົນຕ່າງໆ. ບັນດາສະມາຊິກພັກສະແດງຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 ກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ປາດຖະໜາວ່າກອງປະຊຸມໃຫຍ່ຄັ້ງທີ 12 ຈະມີລັດຖະນະໂຍບາຍຍຸດທະສາດສຳຄັນເພື່ອພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ອ້າຍ ເຢືອງວັນຮ໋ຽວ, ສະມາຊິກພັກທີ່ພວມຄົ້ນຄ້ວາໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານຢູ່ມະຫາວິທະຍາໄລ ມົງກຸດ, ໄທ, ແບ່ງປັນວ່າ:
“ຂ້າພະເຈົ້າໄດ້ຮັບຟັງບົດລາຍງານຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຜ່ານໂທລະພາບອອນໄລ. ຂ້າພະເຈົ້າໄດ້ເຫັນດີເຫັນພ້ອມກັບບັນດາໜ້າທີ່ເຊິ່ງທ່ານເລຂາທິການໃຫຍ່ໄດ້ລາຍງານຕໍ່ກອງປະຊຸມໃຫຍ່. ຫວັງວ່າ, ຜ່ານກອງປະຊຸມໃຫຍ່ຄັ້ງທີ 12 ຄັ້ງນີ້, ໃນໄລຍະ 5 ປີຈະມາເຖິງ, ຫວຽດນາມ ຈະປະຕິບັດບັນດາໜ້າທີ່ພື້ນຖານເຊິ່ງເລຂາທິການໃຫຍ່ຊີ້ແຈ້ງສຳເລັດຜົນ.”
ໃນຂະນະນັ້ນ, ອ້າຍ ເລີມງອກຮູ່ງ, ຫົວໜ້າຄະນະນັກສຶກສາ ຫວຽດນາມ ປະຈຳມະຫາວິທະຍາໄລແຫ່ງຊາດ ລາວ, ໄດ້ແບ່ງປັນວ່າ:
“ພວກຂ້າພະເຈົ້າຫວັງວ່າກອງປະຊຸມໃຫຍ່ຄັ້ງທີ 12 ຈະເລືອກເຟັ້ນບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີຄຸນນະທາດດ້ານການເມືອງຢ່າງໝັ້ນຄົງ ແລະ ຍາມໃດກໍຍົກອອກບັນດານະໂຍບາຍປ່ຽນໃໝ່ໃນຂົງເຂດຕ່າງໆຄື: ການສຶກສາ, ເສດຖະກິດ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບເພື່ອສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງ, ເຂ້ັມແຂງ ແລະ ພັດທະນາ.”