ສະມາຊິກສະພາຜູ້ແທນລາຊະດອນໄດ້ຮັບອະພິສິດຍົກເວັ້ນການນຳຕົວຂຶ້ນສານດຳເນີນຄະດີຊົ່ວຄາວ

ສະມາຊິກສະພາຜູ້ແທນລາຊະດອນໄດ້ຮັບອະພິສິດຍົກເວັ້ນການນຳຕົວຂຶ້ນສານດຳເນີນຄະດີຊົ່ວຄາວ - ảnh 1
ຝ່າຍ“ເສື້ອແດງ” ຢູ່ ໄທ
ພາບປະກອບ: internet

(vovworld) -  ວັນ​ທີ 9/8, ວົງ​ການ​ການ​ເມືອງ​ໄທ​ໃຫ້​ຮູ້​ວ່າ: ສະມາຊິກ​ສະພາ​ຜູ້​ແທນ​ລາຊະ​ດອນ​ໄທ (ສສຊ) 5 ຄົນ​ທີ່​ຂຶ້ນ​ກັບ​ພັກ​ເພື່ອ​ໄທ​ກຳ​ອຳນາດ ​ໄດ້​ຮັບອະພິສິດ​ຍົກ​ເວັ້ນການ​ນຳ​ຕົວ​ຂຶ້ນ​ສານ​ດຳ​ເນີນ​ຄະດີໃນ​​ເວລາດຳ​ເນີນບັນດາ​ວາລະ​ປະຊຸມ​ຂອງ​ສະພາ​ແຫ່​ງຊາດ​ໄທ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ສະມາຊິກ​ສະພາ​ຜູ້​ແທນ​ລາຊະ​ດອນ​ອາດ​ຈະ​ຖືກ​ສົ່ງ​ກັບ​ຄືນຄຸກ​​ໃນ​ກໍລະນີ​ຖືກ​ສົງ​ໃສ​ລະ​ເມີດ​ບັນດາ​ຫລັກການ​ກ່ຽວ​ກັບ​ການ​ປ່ອຍ​ຕົວ​ຊົ່ວຄາວ. ສານ​ອາຍາ​ໄດ້​ໂຈະ​ການ​ພິພາກສາ​​ໃນ​ເວລາ 3 ​ເດືອນ​ເຄິ່ງສຳລັບ ສສຊ 5 ຄົນ​ດັ່ງກ່າວ ຕາມ​ກົດໝາຍ​ຂອງ​​ໄທ. ຈຳນວນ 5 ຄົນ​ດັ່ງກ່າວ​ແມ່ນອນ​ໃນ​ຍອດ​ຈຳນວນ 24 ຄົນ​ໄດ້​ຮັບ​ຖື​ວ່າ​ແມ່ນການ​ນຳ​ຂອງ​ຝ່າຍ​ເສື້ອ​ແດງ​ຖືກ​ກ່າວ​ຫາ​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ກໍ່​ການ​ຈະລາຈົນ​ຕ້ານ​ລັດຖະບານ​ຂອງ​ອະດີດ​ນາຍົກລັດຖະມົນຕີ ອະພິສິດ ​ເວ​ຊາຊີວະ ​​ເມື່ອ​ປີ 2010 ​ເຮັດ​ໃຫ້​ຜູ້​ແຫ່​ຂະ​ບວນປະ​ທ້ວງເກືອບ 100 ຄົນຖືກ​ເສຍ​ຊີວິດ ​ແລະ ປະມານ 2.000 ຄົນ​ຖືກ​ບາດ​ເຈັບ. ນອກ​ນັ້ນ ຍັງມີ 19 ຄົນ​ບໍ່​ແມ່ນ ສສຊ ສະ​ນັ້ນ ບໍ່​ໄດ້​ຮັບ​ອະພິສິດ​ດັ່ງກ່າວ./.

ຂ່າວ/ບົດ​ອື່ນ