ສະມາຊິກສະພາແຫ່ງຊາດຕີລາຄາສູງ IPU 132 ຖືກດຳເນີນໄປຢູ່ຫວຽດນາມ

ສະມາຊິກສະພາແຫ່ງຊາດຕີລາຄາສູງ IPU 132 ຖືກດຳເນີນໄປຢູ່ຫວຽດນາມ - ảnh 1
(ພາບປະກອບ: TTXVN)

​(vovworld) –  ພາຍຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມສະມັດຊາ​​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງ​ທີ 132 (IPU 132), ທ່ານສະມາຊິກ​ສະພາ​ແຫ່ງ​ຊາດ​ແບນ​ຊິກ Pol Van Den Driessche ສັງກັດ​ລັດຖະສະພາບັນດາ​ປະ​ເທດ​ໃຊ້​ພາສາ​ຝລັ່ງ ​ແລະ ທ່ານ Anderies Griffroy ສັງກັດລັດຖະສະພາ Flanders (​ລັດຖະສະພາບັນດາ​ປະ​ເທດ​ໃຊ້​ພາສາ​​ໂຮ​ນລັງ) ​ໄດ​້ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ​ບຣຸກ​ແຊນ ​ເພື່ອ​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ກອງ​ປະຊຸມ​ທີ່​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ຮ່າ​ໂນ້ຍ ຫວ່າງ​ແລ້ວ​ນີ້. ສະມາຊິກ​ສະພາ​ແຫ່ງ​ຊາດ​ແບນ​ຊິກ 2 ທ່ານ​ໄດ້​ຕີ​ລາຄາ​ສູງ​ການຈັດ​ຕັ້ງ​ຂອງ​ຫວຽດນາມ ​ແລະ ຖື​ວ່າ ບັນຫາ​ຮັບ​ໃຊ້​ແຂກ​ຢູ່​ໂຮງ​ແຮມ, ຮັບ​ໃຊ້​ການການ​ໄປມາ, ສະຖານ​ທີ່​ຈັດ​ຕັ້ງ ລ້ວນ​ແຕ່​ລອບ​ຄອບ​ທີ່​ຖ້ວນ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ແບນ​ຊິກ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ໄດ້​ສະ​ແດ​ງ​ໃຫ້​ໂລກ​ເຫັນ​​ແມ່ນປະ​ເທດໜຶ່ງ​ບັນລຸ​ປະສິດທິ​ຜົນ​ໃນ​ການຈັດ​ຕັ້ງ, ຄວາມ​ສາມັກຄີ, ຄວາມ​ອົບ​ອຸ່ນ ​ແລະ ຄວາມສະໜິດສະໜົມ​ຂອງ​ປະຊາຊົນ. ນີ້​ແມ່ນ​ບັນດາ​ຄວາມ​ປະ​ທັບ​ໃຈ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສາກົນຫຼາຍ​ທ່ານ​ທີ່​​ເຂົ້າ​ຮ່ວມ IPU 132. ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື, ທ່ານສະມາຊິກ​ສະພາ​ແຫ່ງ​ຊາດ Pol Van Den Driessche ​ແລະ ທ່ານ Anderies Griffroy  ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ບັນລຸ​ໄດ້ຜົນ​ງານທີ່​ດີ​ເມື່ອ​ທຽບ​ໃສ່ການຈັດ​ຕັ້ງ IPU ຄັ້ງກ່ອນ​ນີ້. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢືນຢັນ​ວ່າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 170 ປະ​ເທດ, ບັນດາ​ມະຕິ​ໄດ້​ຮັບ​ການ​ຮັບຮອງ​ທີ່ IPU 132 ຢູ່​ຫວຽດນາມ, ​ຈະ​ຖືກສະມາຊິກ​ສະພາ​ແຫ່ງ​ຊາດຫຼາຍ​ທ່ານຍື່​ສະ​ເໜີ​ຕໍ່ລັດຖະສະພາ​ຂອງ​ຕົນ, ຜ່ານ​ນັ້ນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ບັນດາບັນຫາ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ