ສະວິດຕີລາຄາສູງການພົວພັນກັບຫວຽດນາມ

 ສະວິດຕີລາຄາສູງການພົວພັນກັບຫວຽດນາມ - ảnh 1
ທ່ານ​ນາງປະທານາທິບໍດີ Simonetta Sommaruga ຕ້ອນຮັບທ່ານ
 ຟ້າ​ມຫາຍ​ບັ່ງ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະ​ວິດ
(ພາບ: TTXVN)

(vovworld) – ​​ ​ ​ ​ວັນ​ທີ 24/11 ໃນ​ພິທີ​ຕ້ອນຮັບ​ທີ່​ດຳ​ເນີນຢູ່​ວັງສະ​ຫະພັນຢ່າງ​ສົມ​ກຽດ​. ທ່ານ ຟ້າ​ມຫາຍ​ບັ່ງ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະ​ວິດ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ປະທານ​ປະ​ເທດ ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຕໍ່​ທ່ານນາງປະ​ທາ​ນາ​ທິບໍດີ ສະ​ວິດ Simonetta Sommaruga. ທີ່​ການ​ຕ້ອນຮັບ​ ພາຍຫລັງ​ພິທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ນາງປະທານາທິບໍດີ Simonetta Sommaruga ຢືນຢັນ​ວ່າ: ສະ​ວິດ ຍາມ​ໃດ​ກໍ​ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ໃນ​ການ​ພົວພັນ 2 ຝ່າຍ ​ແລະ ສືບ​ຕໍ່​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອພັດທະນາ (ODA) ​ໃຫ້ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

        ສ່ວນ​ທ່ານເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ບັ່ງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ສະ​ວິດ, ຂອງ​ການ​ນຳ ຫວຽດນາມ ມີຄວາມ​ປາດ​ຖະໜາ​ວ່າ: ຈະ​ໄດ້​​ໃຫ້ການຕ້ອນຮັບ​ການ​ນຳ​ຂັ້ນ​ສູງ ສະ​ວິດ ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ເວລາ​ທີ່​​ເໝາະ​ສົມ.




ຂ່າວ/ບົດ​ອື່ນ