ສະຫຼຸບ 3 ປີແຫ່ງການ ປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່

ສະຫຼຸບ 3 ປີແຫ່ງການ ປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ - ảnh 1
(ກອງປະຊຸມສະຫຼຸບ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ໄລຍະ 2010 – 2014)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/05, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ໄດ້​ຈັດກອງປະຊຸມສະຫຼຸບ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ໄລຍະ 2010 – 2014 ​ແລະ ປຶກສາ​ຫາລື​ມາດ​ຕະການ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2015. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​​ໄດ້ເປັນ​ປະທານ​ກອງ​ປະຊຸມ.

ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ, ຫົວຫນ້າ​ຄະນະ​ຊີ້​ນຳ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່, ຢືນຢັນ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກໍ່ສ້າງ​ຊົນນະບົດ​ໃຫມ່ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່ ​ແລະ ມາ​ດຕະການ​ສຳຄັນ, ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 7 ກ່ຽວ​ກັບ​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນ​. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ກ່າວ​ວ່າ:

“ກໍ່ສ້າງ​ຊົນນະບົດ​ໃຫມ່ ​ໄດ້​ກາຍ​ເປັນ​ຂະ​ບວນການ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ ​ໄດ້​ຮັບ​ການ​ຊີ້​ນຳ​ນຳພາ​ຈາກ​ທັງ​ລະບົບ​ການ​ເມືອງ ​ແລະ ​ໄດ້​ຮັບ​ຄວາມ​ສະຫນັບສະຫນູນ​ຈາກ​ປະຊາຊົນ ​ແລະ ປະຕິບັດ​ໂດຍ​ກົງ. ຈຸດໝາຍ​ໃນ​ຕໍ່ຫນ້າ​ຂອງ​ພວກ​ເຮົາ ນັ້ນ​ແມ່ນ​ຮອດ​ປີ 2015 ບັນລຸ 20% ຈຳນວນ​ຕາ​ແສງ ບັນລຸ​ມາດຖານ​ຊົນນະບົດ​ໃຫມ່.”

ພາຍຫລັງ 3 ປີ​ແຫ່ງ​ການ​ປະຕິບັດ,     ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່ຂອງພະນັກງານ, ປະຊາຊົນ​ເກືອບ​ທັງ​ໝົດ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ. ​ໄລ່​ຮອດ​ໄຕ​ມາດ 1 ປີ 2014, ​ໄດ້​ມີ 93,7% ຈຳນວນ​ຕ​າ​ແສງ​ຂອງ​ທັງ​ປະ​ເທດ ສຳ​ເລັດ​​ເລື່ອງ​ອະນຸມັດ​ການ​ວາງ​ແຜນຜັງ​ກໍ່ສ້າງ​ຊົນນະບົດ​ໃຫມ່.

 

 


ຂ່າວ/ບົດ​ອື່ນ