ສະຫລຸບການເສັງ “ຊອກຮູ້ປະຫວັດສາດ ແຫ່ງສາຍພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ

ສະຫລຸບການເສັງ “ຊອກຮູ້ປະຫວັດສາດ ແຫ່ງສາຍພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ - ảnh 1

ພິທີ​ປຸກລະດົມ​ການ​ເສັງ

(ພາບ:ອິນ​ເຕີ​ແນັດ)

(VOV)- ຕອນ​ຄ່ຳວັນ​ທີ 27/10, ຄະ​ນະ​ໂຄສະນາ​ສຶກສາ​ອົງຄະ​ນະ​ພັກ​ແຂວງ​ກວາງ​ນິງ​ ໄດ້​ຈັດ​ພິທີ​ສະຫລຸບ​ການ​ເສັງ “ຊອກ​ຮູ້ປະຫວັດສາດ​ແຫ່ງ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ, ລາວ-​ຫວຽດນາມ. ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຕັ້ງໜ້າ​ຂອງ​ບັນດາ​ອົງຄະ​ນະ​ພັກ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ໝູ່ຄະ​ນະ​ກວາງ​ນິງ ​ໃນ​ວຽກ​ງານ​ຊາບ​ຊືມ, ຜັນ​ຂະຫຍາຍ, ​ໂຄສະນາ, ຂົນຂວາຍ, ການ​ເສັງ​ໄດ້​ຮັບ​ການ​ຕອບ​ສະໜອງ, ​ເຂົ້າຮ່ວມຂອງ​ປະຊາຊົນ​ທຸກ​ຊັ້ນຄົນ​ໃນ​ບໍລິ​ເວນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທົ່ວ​ແຂວງ​ມີ​ຜູ້​ເຂົ້າຮ່ວມ​ການ​ເສັງ​ກ່ວາ 106.000 ຄົນ. ພາຍຫຼັງ​ການ​ເສັງ 27 ຮອບ, ກວາງ​ນິງ ​ໄດ້​ຮັບ 2 ລາງວັນ​ຊົມ​ເຊີຍ​ທົ່ວ​ປະ​ເທດ. ການ​ເສັງ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ ​ແລະ ສ້າງກຳລັງ​ໜູນ​ອັນ​ໃຫ່ຍຫຼວງ​ໃນ​ການ​ຊຸ​ກຍູ້ການ​ພັດທະນາ​ການ​ພົວພັນ​ຮ່ວ​ມມື​ມິດຕະພາບ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ຊາດຫວຽດນາມ-​ລາວ, ລາວ-​ຫວຽດນາມ, ນຳ​ສາຍ​ພົວພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

 

 

 

 

ຂ່າວ/ບົດ​ອື່ນ