(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 28/9 ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ສະຫລຸບມອບລາງວັນການເສັງກ່ຽວກັນການຊອກຮູ້ລັດຖະທຳມະນູນຂອງປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃນກອງທັບປະຊາຊົນ ຫວຽດນາມ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ 6 ໝູ່ຄະນະດີເດັ່ນ, 5 ສ່ວນບຸກຄົນໄດ້ຮັບລາງວັນທີ 1, ລາງວັນທີ ສອງ 15 ລາງວັນ, ລາງວັນທີ ສາມ 23 ລາງວັນ. ນີ້ແມ່ນບັນດາບົດເຂົ້າຮ່ວມການເສັງທີ່ດີເດັ່ນໄດ້ຮັບການເລືອກເຟັ້ນໃນຈຳນວນ 240.000 ກ່ວາບົດເຂົ້າຮ່ວມການເສັງ. ເພື່ອເພີ່ມທະວີວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍໃຫ້ທົ່ວປວງຊົນໃນໄລຍະຈະມາເຖິງ, ທ່ານພົນໂທ ມາຍກວາງເຟີ໋ນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ສະເໜີວ່າ:
“ ການໂຄສະນາສຶກສາອົບຮົມດ້ານກົດໝາຍ ຕ້ອງໄດ້ປະຕິບັດເປັນປະຈຳ, ລຽນຕິດ, ເປັນເຈົ້າການປ່ຽນໃໝ່ເນື້ອໃນ, ຮູບການ, ວິທີການ, ມີການລົງທຶນເໝາະສົມກ່ຽວກັບພາຫະນະ, ວັດຖຸ, ຄ່າໃຊ້ຈ່າຍຮັບປະກັນ. ຖືເປັນສຳຄັນບັນດາຮູບການ, ວິທີການຈັດຕັ້ງການສຶກສາເປັນປະຈຳ ເພື່ອແນໃສ່ສ້າງຕັ້ງ, ພັດທະນາຄວາມຕ້ອງການຄົ້ນຄວ້າ, ຮຳ່ຮຽນ. ຊາບຊຶມ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍຂອງພົນທະຫານ, ກຳມະກອນທະຫານ, ກໍ່ສ້າງວັດທະນະທຳພົນທະຫານດຳລົງຊີວິດ ແລະ ເຮັດວຽກຕາມລັດຖະທຳມະນູນ ແລະ ກົດໝາຍ”.