ສະຫລຸບໂຄງການຂໍ້ ລິເລີ່ມປ້ອງກັນຕ້ານ ໄພສໍ້ລາດບັງ ຫຼວງຫວຽດນາມ ປີ 2011

ສະຫລຸບໂຄງການຂໍ້ ລິເລີ່ມປ້ອງກັນຕ້ານ ໄພສໍ້ລາດບັງ ຫຼວງຫວຽດນາມ ປີ 2011 - ảnh 1
ພິທີມອບລາງວັນໂຄງການ​ຂໍ້​ລິ​ເລີ່​ມ
ປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງຫຼວງ​ຫວຽດນາມ ປີ 2011
(ພາບ: giaothongvantai.com.vn)


(vovworld) -  ຕອນ​ເຊົ້າ​ວັນ​ທີ 20/05, ຢູ່​ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ ສົມທົບ​ກັບ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມສະຫລຸບ​ໂຄງການ​ຂໍ້​ລິ​ເລີ່​ມປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງຫຼວງ​ຫວຽດນາມ ປີ 2011. ບົດ​ລາຍງານ​ສະຫລຸບ​ຊີ້​ໃຫ້​ເຫັນ​ວ່າ ​34 ແຜນ​ຮ່າງ​ໄດ້​ຮັບ​ລາງ​ວັນ​​ໃນໂຄງການ​ຂໍ້​ລິ​ເລີ່​ມປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງຫຼວງ​ຫວຽດນາມ ປີ 2011 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ເຂດ, ພາກ​ໃນ​ທົ່ວ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ, ບັນດາ​ແຜນ​ຮ່າງ​ໄດ້​ສ້າງ​ສຳ​ເລັດ​ຖືກ​ຕາມ​​​ແຜນການທີ່​ໄດ້​ວາງ​ອອກ​, ຮັບປະກັນ​ຄວາມ​ຄືບ​ໜ້າ ກໍ​ຄືຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ໂຄງການ. ພິ​ເສດ, ມີ​ບາງ​ແຜນຮ່າງ​ໄດ້​ມີ​ຫົວ​ຄິດ​ປະດິດ​ສ້າງ​ຫຼາຍ​ຢ່າງ​ໃນ​ການ​ປະຕິບັດ​ປະສົມຜົນສຳ​ເລັດ​ໃນ​ການ​ມອບ​ໂອນ ​ແລະ ຮັກສາ​​ໄດ້​ລັກສະນະ​ໝັ້ນຄົງ. ທ່ານ ​ໂງແມ້ງຮູ່ງ, ຮອງ​ຫົວໜ້າກົມຕ້ານການສໍ້ລາດບັງຫຼວງ - ອົງການກວດກາລັດຖະບານໃຫ້​ຮູ້​ວ່າ.

        ບົນ​ພື້ນຖານ​ໝາກຜົນ​ຂອງ​ບັນດາ​ແຜນ​ຮ່າງ, ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ເປັນ​ລະບົບ ​ແລະ ລາຍ​ງາ​ນ​ເພື່ອ​ໃຫ້​ນາຍົກລັດຖະມົນຕີອາດຈະຜັນ​ຂະຫຍາຍ​ບັນດາ​ໝາກຜົນ​ຂອງ​ແຜນ​ຮ່າງ​ເປັນ​ຕົ້ນ​​ແມ່ນ​ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ, ນັມທັງ​ບັນດາ​ບົດ​ຮຽນ​ກ່ຽວ​ກັບ​ຄວາມ​ຈຳກັດ​ເພື່ອ​ແນະນຳ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງ​ໆ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ”.

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ຈຳກັດ​ບາງ​ຢ່າງ​ໃນ​ການ​ຜັນ​ຂະຫຍາຍ​ຄື ບັນດາ​ແຜນ​ຮ່າງ​ໄດ້ຂຶ້ນ​ສ້າງ​ແຕ່ບໍ່​ທັນ​ມີ​ຈຸດ​ສຸມ, ບໍ່​ກຳນົດ​ໄດ້​ການ​ເຄື່ອນ​ໄຫວ​ຫຼັກ​ແຫຼ່ງ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ຕາມ​ການ​ຄາດ​ນະ​ເນ. ຜູ້​ຕາງໜ້​າບັນດາ​ອົງການ, ຫົວໜ່ວຍ​ກໍ່ສະ​ເໜີ, ຍົກ​ອອກມາດ​ຕະການຕ່າງໆ​ເພື່ອ​​ແນ​ໃສ່ທະວີ​ຄຸນ​ບັນດາຂໍ້​ລິ​ເລີ່​ມໃນ​ສະພາບ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ