ສະຫະກອນປ່ຽນໃໝ່ວິທີການສຳພັດ ມຸ່ງໄປເຖິງເສດຖະກິດຂຽນ, ສາທາລະນະສຸກ, ການສຶກສາ

ສະຫະກອນປ່ຽນໃໝ່ວິທີການສຳພັດ ມຸ່ງໄປເຖິງເສດຖະກິດຂຽນ, ສາທາລະນະສຸກ, ການສຶກສາ - ảnh 1
(ພາບ​ປະ​ກອບ)

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສະ​ຫະ​ກອນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຄັ້ງ​ທີ 10, ຕອນ​ເຊົ້າ​ວັນ​ທີ 19/04 ບັນ​ດາ​ຜູ້​ແທນ​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ: ສະ​ຫະ​ກອນ​ສຳ​ພັດກັບ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ​ຂຽວ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ເບິ່ງ​ແຍງ​ດູ​ແລ​ຜູ້​ອາ​ຍຸ​ສູງ ແລະ ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ແມ່​ຍິງ ແລະ ຊາວ​ໜຸ່ມ. ແນະ​ນຳ​ວິ​ທີ​ການ​ເຊື່ອມ​ຕົວ​ສຳ​ລັບ​ຜູ້​ມີ​ອາ​ຍຸ​ສູງ​ຂອງ ສິງ​ກະ​ໂປ ທ່ານ Kwek Kok Kwong ປະ​ທານ​ສະ​ຫະ​ພັນ​ສະ​ຫະ​ກອນ​ແຫ່ງ​ຊາດ ສິງ​ກະ​ໂປ ໃຫ້​ຮູ້​ວ່າ:

        “ສະ​ຫະ​ກອ​ນ​ສົ່ງ​ເສີມ​ຄຸນ​ນະ​ພາບ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ທາງ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ບັນ​ດາ​ຄົນ​ຮັບ​ໃຊ້​ຜູ້​ມີ​ອາ​ຍຸ​ສູງ ດ້ວຍ​ວິ​ທີ ສະ​ໜອງບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ໜູນ​ຊ່ວຍ. ບຳ​ລຸງ​ທັກ​ສະ​ສັງ​ລວມ​ໃຫ້​ແກ່​ພາ​ລະ​ກອ​ນ​ເບິ່ງ​ແຍງ​ດູ​ແລ ເພື່ອ​ຍົກ​ອອກ​ບັນ​ດາ​ຄຳ​ຕັດ​ສິນ​ຢ່າງ​ຖື​ກ​ຕ້ອງ. ພ້ອມ​ທັງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງ​ຄົມ​ສຳ​ລັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ດ້ານ​ຈິດ​ໃຈ ແລະ ສັງ​ຄົມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ໃຫ້​ສັງ​ຄົມ​”.

       


ຕອບກັບ

ຂ່າວ/ບົດ​ອື່ນ