ສະ​ຫະ​ປະ​ຊາ​ຊາດ ຕັ້ງ​ເປົ້າ​ໝາຍ​ປະ​ກອບ 1,5 ຕື້ USD ເຂົ້າ​ໃນ​ກອງ​ທຶນ​ສ້າງ​ສັນ​ຕິ​ພາບ

(VOVWORLD) -ບັນດາປະເທດສະມາຊິກ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ໃນສະພາບການໂລກລະບາດໂຄວິດ - 19.
ສະ​ຫະ​ປະ​ຊາ​ຊາດ ຕັ້ງ​ເປົ້າ​ໝາຍ​ປະ​ກອບ 1,5 ຕື້ USD ເຂົ້າ​ໃນ​ກອງ​ທຶນ​ສ້າງ​ສັນ​ຕິ​ພາບ - ảnh 1Logo ຂອງ ສປຊ  (ພາບ: AFP)

ວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ, ທ່ານ Antonio Guterres ແລະ ການນຳບັນດາປະເທດໄດ້ເປັນປະທານຮ່ວມກອງປະຊຸມຂັ້ນສູງທາງອອນລາຍ ກ່ຽວກັບການເພີ່ມເຕີມທຶນສ້າງສັນຕິພາບ ຂອງ ສປຊ. ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຂອງ 92 ປະເທດສະມາຊິກ ສປຊ.

        ທີ່ກອງປະຊຸມ, ບັນດາປະເທດສະມາຊິກ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ໃນສະພາບການໂລກລະບາດໂຄວິດ - 19 ກໍຄືຈຳນວນເງິນ 439 ລ້ານ USD ເຊິ່ງ 39 ປະເທດສະມາຊິກໄດ້ປະກອບ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບເງິນທຶນໃນໄລຍະຈະມາເຖິງ, ເພື່ອແນໃສ່ບັນລຸໄດ້ເປົ້າໝາຍ 1,5 ຕື້ USD ໃນຍຸດທະສາດ 2020 – 2024 ຂອງກອງທຶນດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ