ສະຫະປະຊາຊາດ ສະເຫລີມສະຫລອງ 15 ປີ ແຫ່ງວັນເຊັນສົນທິສັນຍາຕ້ານອາວຸດເຄມີ

ສະຫະປະຊາຊາດ ສະເຫລີມສະຫລອງ 15 ປີ ແຫ່ງວັນເຊັນສົນທິສັນຍາຕ້ານອາວຸດເຄມີ - ảnh 1
ທ່ານ Ban Ki Moon ​ເລຂາທິການ​ໃຫຍ່ ສປຊ
ພາບ: internet

(vovworld) - ວັນ​ທີ 1/10, ຢູ່​ສຳນັກງານ​ຂອງ​ສະຫະ​ປະຊາ​ຊາດ​ (ສປຊ) ຢູ່ ນະຄອນ ນິວຢອກ ​ແຫ່ງສະຫະລັດ​ອາ​ເມ​ລິ​ກາ, ພາຍ​ໃຕ້​ຫົວ​ຂໍ້​ວ່າ: 15 ປີ​ແຫ່ງ​ວັນ​ເຊັນສົນ​ທິສັນຍາ​ກ່ຽວ​ກັບ​ການ​ຕ້ານອາວຸດ​ເຄມີ, ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 67 ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຂັ້ນ​ສູງ​ສະ​ເຫລີ​ມສະຫລອງ 15 ປີ​ແຫ່ງ​ວັນ​ເຊັນສົນທິສັນຍາ​ສາກົນມີ​ຜົນ​ສັກສິດ. ກ່າວ​ຄຳ​ເຫັນ​ຕໍ່ຫນ້າ​ບັນດາ​ຜູ້​ແທນ​ຂອງ 188 ປະ​ເທດ​ເຂົ້າ​ຮ່ວມ​ສົນທິສັນຍາ​ດັ່ງກ່າວ, ທ່ານ Ban Ki Moon ​ເລຂາທິການ​ໃຫຍ່ ສປຊ ຖື​ວ່າ: ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ປະຊາ​ຄົມ​ໂລກ​ພ້ອມ​ກັນ​ທົບທວນ​ຄືນ​ບັນດາ​ຄຸນຄ່າ​ຂອງ​ເອກະສານ​ສະບັບ​ດັ່ງກ່າວ​ສຳລັບ​ຊາຕາ​ກຳ​ຂອງ​ມະນຸດ ​ແລະ ສິ່ງ​ແວດ​ລ້ອມ ພ້ອມ​ກັນ​ຢືນຢັນ​ຄືນ​ຄວາມ​ຕັດສິນ​ໃຈ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ລົບ​ລ້າງ​ອາວຸດ​ເຄມີ​ທັງ​ໝົດ​ຢູ່​​ໃນພິພົບ.

ສົນທິສັນຍາ​ດັ່ງກ່າວ​ມີ​ຊື່ວ່າ: ສົນທິສັນຍາ ສປຊ ກ່ຽວ​ກັບ​ການ​ຫ້າມ​ຊອກ​ຫາ, ຜະລິດ, ຖື​ອາວຸດ, ນຳ​ໃຊ້​ອາວຸດ​ເຄມີ ​ແລະ ກ້າວ​ໄປ​ເຖິງ​ການ​ດັບ​ສູນ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​​ເມື່ອ​ວັນ​ທີ 3/9/1992 ​ແລະ ​ເລີ່ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 29/4/1997 ​ເປັນ​ຕົ້ນ​ໄປ. ປະຈຸ​ບັນ ມີ 188 ປະ​ເທດ​ໄດ້​ລົງ​ນາ​ມ​ໃນ​ສົນ​ທິສັນຍາ​ສະບັບ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ