ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້ລະ​ງັບ​ໃຈຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ ກັບ ລີ​ບັງ

(VOVWORLD) -ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບຄວາມເຄັ່ງຕຶງປີນຂັ້ນໄດ ລະຫວ່າງ ລີບັງ ແລະ ອິດສະຣາແອັນ ຢູ່ລຽບຕາມເສັ້ນທາງຂຽວ, ໃນນັ້ນ ມີການຍິງລູກສອນໄຟ ແລະ ການບຸກໂຈມຕີທາງອາກາດເລັ່ງໃສ່ ລີບັງ”. ເສັ້ນທາງຂຽວ ແມ່ນເສັ້ນຈັດແບ່ງຊາຍແດນລະຫວ່າງ ລີບັງ ແລະ ອິດສະຣາແອັນ.
ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້ລະ​ງັບ​ໃຈຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ ກັບ ລີ​ບັງ - ảnh 1ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ເທດສະບານເມືອງ Ibl Al-Saqi ແລະ Kfar Hamam, ລີບັງ ໃນວັນທີ 4/8/2021 (ພາບ: AFP/TTXVN)

  ວັນທີ 8 ສິງຫາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຢ້ຳຄືນຄຳຮຽກຮ້ອງຂອງບັນດາຝ່າຍ ຈົ່ງລະງັບໃຈ ເພື່ອແນໃສ່ເຮັດໃຫ້ສະພາບຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ອິດສະຣາແອັນ ແລະ ລີບັງ ຫຼຸດລົງ. ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບຄວາມເຄັ່ງຕຶງປີນຂັ້ນໄດ ລະຫວ່າງ ລີບັງ ແລະ ອິດສະຣາແອັນ ຢູ່ລຽບຕາມເສັ້ນທາງຂຽວ, ໃນນັ້ນ ມີການຍິງລູກສອນໄຟ ແລະ ການບຸກໂຈມຕີທາງອາກາດເລັ່ງໃສ່ ລີບັງ”. ເສັ້ນທາງຂຽວ ແມ່ນເສັ້ນຈັດແບ່ງຊາຍແດນລະຫວ່າງ ລີບັງ ແລະ ອິດສະຣາແອັນ.

        ນອກຈາກນັ້ນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງລະງັບໃຈຢ່າງສຸດຂີດ ແລະ ເປັນເຈົ້າການເຂົ້າຮ່ວມບັນດາກົນໄກສົມທົບ, ຕິດຕໍ່ກັບກຳລັງຊົ່ວຄາວຂອງ ສປຊ ປະຈຳ ລີບັງ. ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ຖືວ່າ ສິ່ງສຳຄັນທີ່ສຸດ ແມ່ນບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຫຼີກລ້ຽງບັນດາການກະທຳທີ່ອາດຈະກໍ່ຄວາມເຄັ່ງຕຶງ ແລະ ພາໄປເຖິງການຄິດໄລ່ທີ່ຜິດພາດ.


 

ຕອບກັບ

ຂ່າວ/ບົດ​ອື່ນ