ສະຫະປະຊາຊາດຕີລາຄາສູງເລື່ອງປະຕິບັດຂໍ້ຕົກລົງນິວເຄຼີຍຂອງອີຣານ

ສະຫະປະຊາຊາດຕີລາຄາສູງເລື່ອງປະຕິບັດຂໍ້ຕົກລົງນິວເຄຼີຍຂອງອີຣານ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ເນື່ອງ​ໃນ​ໂອ​ກາດ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍຂອງ​ອີ​ຣານ ຄົບ​ຮອບ 1 ປີ. ວັນ​ທີ 20/07, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ໄດ້​ອອກ​ຖະ​ແຫຼງ​ການ​ຕີ​ລາ​ຄາ​ວ່າ, ​ບັນ​ດາ​ຝ່າຍ​ໄດ້​ປະ​ຕິ​ບັດຂໍ້​ຕົກ​ລົງຢ່າງ​ເຂັ້ມ​ງວດ ແລະ ນີ້ແມ່ນ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ປະ​ກັນ​ໃຫ້​ໂຄງ​ການ​ນິວ​ເຄຼຍ ຂອງ​ອີ​ຣານ ພຽງ​ຮັບ​ໃຊ້​ບັນ​ດາ​ເປົ້າ​ໝາຍ​ສັນ​ຕິ​ພາບ​ເທົ່າ​ນັ້ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ໄດ​້ອວຍ​ພອນ​ສະ​ພາ​ຄວາມ​ໝັ້ນ​ຄົງ ແລະ ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ແຜນ​ການ​ເຄື່ອນ​ໄຫວ​ຮອບ​ດ້ານ​ລວມ (JCPOA) ພ້ອມ​ທັງ​ຍ້ອງ​ຍໍ​ບັນ​​ຄວາມ​ກ້າວ​ໜ້າທີ່​ບັນ​ລຸ​ໄດ້​ໃນ 1 ປີ​ຜ່ານ​ມາ. ທ່ານ Ban Ki moon ເນັ້ນ​ໜັກ​ວ່າ JCPOA ໄດ້​ສະ​ແດງ​ໃຫ້​ເຫັນ “ໄຊ​ຊະ​ນະ” ຂອງ​ການ​ນຳ​ໃຊ້​ເຄື່ອງ​ມື​​ທາງ​ການ​ທູດ ເພື່ອ​ແກ້​ໄຂ ແລະ ສະ​ກັດ​ກັ້ນ​ການ​ປະ​ທະ​ກັ​ນ, ພ້ອມ​ທັບ​ປັບ​ປຸງ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສາ​ກົນ​ກ່ຽວ​ກັບ​ເລື່ອງບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ