ສະຫະປະຊາຊາດຕຳໜິຕິຕຽນບັນດາປະເທດຖອນຕົວອອກຈາກຂໍ້ຕົກລົງທົ່ວໂລກກ່ຽວກັບບັນຫາອົບພະຍົບ

(VOVWORLD) -ຕໍ່ໜ້າສະພາບທີ່ບາງປະເທດມີເຈດຈຳນົງຢາກຖອນຕົວອອກຈາກຂໍ້ຕົກລົງທົ່ວໂລກກ່ຽວກັບບັນຫາອົບພະຍົບ ຄາດວ່າຈະໄດ້ຮັບຮອງເອົາໃນເດືອນທັນວາ ຈະມາເຖິງຢູ່ມາຣົກ, ວັນທີ 27 ພະຈິກ
ສະຫະປະຊາຊາດຕຳໜິຕິຕຽນບັນດາປະເທດຖອນຕົວອອກຈາກຂໍ້ຕົກລົງທົ່ວໂລກກ່ຽວກັບບັນຫາອົບພະຍົບ - ảnh 1 (ພາບປະກອບ: Reuters/TTXVN)

ຜູ້ຕາງໜ້າພິເສດຂອງສະຫະປະຊາຊາດກ່ຽວກັບບັນຫາອົບພະຍົບສາກົນ ທ່ານນາງ Louise Arbour ໄດ້ຕຳໜິຕິຕຽນ ການກະທຳດັ່ງກ່າວວ່າ ແມ່ນເຮັດໃຫ້ຮູບພາບຂອງບັນດາປະເທດນັ້ນຊົ່ວຮ້າຍລົງ ແລະ ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຈິດໃຈລັດທິຫຼາຍຝ່າຍ.

        ທ່ານນາງ Louise Arbour ໃຫ້ຮູ້ວ່າ, ເພື່ອມີຂໍ້ຕົກລົງທົ່ວໂລກກ່ຽວກັບບັນຫາອົບພະຍົບ, ບັນດາປະເທດທີ່ກ່ຽວຂ້ອງຕ້ອງໄດ້ຜ່ານວິວັດການປຶກສາຫາລືເປັນເວລາຫຼາຍເດືອນຈຶ່ງບັນລຸໄດ້ຄວາມເຫັນດີເຫັນພ້ອມ ຍ້ອນວ່າ ປະເທດໃດກໍ່ຖືຜົນປະໂຫຍດຂອງຕົນເໜືອກວ່າສິ່ງໃດໝົດ ແລະ ບໍ່ມີການປະນິປະນອມ. ທ່ານນາງສະແດງຄວາມພິດຫວັງເມື່ອມີບາງປະເທດໄດ້ລົງນາມໃນຂໍ້ຕົກລົງດັ່ງກ່າວແລ້ວພັດປ່ຽນຄວາມຕັດສິນໃຈ.

        ກ່ອນໜ້ານັ້ນ, ບັນດາປະເທດຄື: ຮຸງກາຣີ, ໂປໂລຍ, ສ.ເຊັກໂກ, ໂອຕາລິດ ແລະ ສະໂລວາກີ ປະກາດຖອນເຈດຈຳນົງຕົວອອກຈາກຂໍ້ຕົກລົງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ