ສະຫະປະຊາຊາດຮັບຮູ້ລັດຖະບານ ເວເນຊູເອລາ ແມ່ນສ້າງຕັ້ງຕາມລັດຖະທຳມະນູນ

(VOVWORLD) - ວັນທີ 01 ກຸມພາ, ທ່ານ Stepphan Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຢືນຢັນວ່າ:
ສະຫະປະຊາຊາດຮັບຮູ້ລັດຖະບານ ເວເນຊູເອລາ ແມ່ນສ້າງຕັ້ງຕາມລັດຖະທຳມະນູນ - ảnh 1 ທ່່ານ Nicolas Maduro ແມ່ນປະທານາທິບໍດີຕາມລັດຖະທຳມະນູນ ເວເນຊູເອລາ (ພາບ:  Reuters)

ສະຫະປະຊາຊາດຮັບຮູ້ທ່່ານ Nicolas Maduro ແມ່ນປະທານາທິບໍດີຕາມລັດຖະທຳມະນູນ ເວເນຊູເອລາ, ຖືທ່ານ ເປັນປະມຸກລັດໜຶ່ງດຽວຂອງປະເທດ ອາເມລິກາໃຕ້ ນີ້. ຕາມທ່ານ Stepphan Dujarric ແລ້ວ, ບັນດາປະເທດສະມາຊິກສະຫະປະຊາຊາດສ່ວນຫລາຍໄດ້ສະແດງໃຫ້ເຫັນທັດສະນະສະໜັບສະໜູນລັດຖະບານຂອງທ່ານປະທານາທິບໍດີ Maduro.

        ກ່ຽວກັບບັນດາຄຳຮຽກຮ້ອງຂອງທ່ານ Juan Guaido ປະທານສະພາແຫ່ງຊາດ ແລະ ອ້າງຊື່ເປັນ “ປະທານາທິບໍດີຊົ່ວຄາວ” ກ່ຽວກັບເລື່ອງ “ສະຫະປະຊາຊາດ ຄວນກຽມພ້ອມເພື່ອເພີ່ມທະວີບັນດາການເຄື່ອນໄຫວມະນຸດສະທຳ ແລະ ພັດທະນາຢູ່ ເວເນຊູເອລາ”, ທ່ານ Dujarric ຢືນຢັນວ່າ: ເພື່ອດຳເນີນສິ່ງດັ່ງກ່າວ “ສະຫະປະຊາຊາດຕ້ອງບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະ ການຮ່ວມມືຂອງ ລັດທະບານ”.

ຕອບກັບ

ຂ່າວ/ບົດ​ອື່ນ