ສະຫະປະຊາຊາດຮຽກຮ້ອງບັນດາຝ່າຍຢູ່ ລີບີ ປະຕິບັດຂໍ້ຕົກລົງການເມືອງ

(VOVWORLD) - (vovworld) - ວັນທີ 04/05 ຫົວໜ້າຄະນະປະຕິບັດງານສະຫະປະຊາຊາດປະຈຳ ລີບີ (UNSMIL) ທ່ານ Martin Kobler ຮຽກຮ້ອງບັນດາຝ່າຍປະຕິບັດຂໍ້ຕົກລົງການເມືອງ ເພື່ອແນໃສ່ນຳຄວາມສະຖຽນລະພາບມາສູ່ປະເທດ ອາຟຣິກາເໜືອ ນີ້
ສະຫະປະຊາຊາດຮຽກຮ້ອງບັນດາຝ່າຍຢູ່ ລີບີ ປະຕິບັດຂໍ້ຕົກລົງການເມືອງ - ảnh 1 ທ່ານ Martin Kobler  (ພາບ: EPA/TTXVN)

ທ່ານ Kobler ພ້ອມກັບ ທ່ານ Fayez al-Sarraj ຜູ້ນຳໜ້າລັດຖະບານສາມັກຄີຊົນຊາດ (GNA) ໂດຍສາກົນຮັບຮອງ ໄດ້ພິຈາລະນາບັນດາການຜັນແປກ່ຽວກັບສະພາບການເມືອງ ແລະ ຄວາມສະຫງົບປອດໄພຢູ່ ລີບີ. ທ່ານ Kobler ຢືນຢັນວ່າ ຄວນປະຕິບັດຂໍ້ຕົກລົງການເມືອງ ເພື່ອແນໃສ່ຫັນເປົ້າໝາຍເປັນລະອຽດ ນຳມາເຊິ່ງຄວາມໝັ້ນຄົງ, ພ້ອມທັງຖືວ່າ UNSMIL ຈະມຸ່ງໄປເຖິງການຮຽບຮຽງວິວັດທະນາການ ເພື່ອບັນລຸໄດ້ຄວາມເປັນເອກະພາບຢ່າງສົມບູນ ລະຫວ່າງບັນດາຝ່າຍຢູ່

ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ