ສະຫະປະຊາຊາດຮຽກຮ້ອງອີຢູມີການປ່ຽນແປງໃນນະໂຍບາຍກ່ຽວກັບຄົນລີ້ໄພ

ສະຫະປະຊາຊາດຮຽກຮ້ອງອີຢູມີການປ່ຽນແປງໃນນະໂຍບາຍກ່ຽວກັບຄົນລີ້ໄພ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 16/05, ທ່ານ Francois Crepeau ທູດ​ພິ​ເສດ​ຂອງສະຫະ​ປະຊາ​ຊາດ​ກ່ຽວ​ກັບສິດທິ​ມະນຸດ​ໄດ້ຕຳ​ໜິຕິຕຽນປະຕິກິລິຍາ​ຂອງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຕໍ່ວິ​ກິດ​ການ​ຄົນ​ລີ້​ໄພ​ແມ່ນ “ຂາດ​ວິ​ໄສ​ທັດ”, ​​ເຄື່ອນ​ໄຫ​ວຕາມ​ກົນ​ໄກກົດໝາຍ​ດຽວຢ່າງ​ລະ​ເມີ​ເຟີ້​ຝັນ ​ແລະ ໜູນ​ຫລັງ​ໃຫ້ການກັກ​ຕົວ​ບັນດາຄົນເຂົ້າ​ເມືອງ​ໃໝ່​ຢູ່ ​ເກັຼກ. ທ່ານ Crepeau ​ໃຫ​້ຮູ້​ວ່າ:ຂໍ້​ຕົກ​ລົງ​ລະຫວ່າງ ອີ​ຢູ ​ແລະ ຕວກກີ ບັນລຸ​​ໄດ້ເມື່ອ​ເດືອນ 3 ຜ່ານ​ມາ ທີ່ອະນຸຍາດ​ໃຫ້​ສົ່ງ​ຄືນ​ຊາວ​ອົບ​ພະຍົບ​ເຖິງ ​ເອີ​ລົບ ​ແມ່ນຮຽກຮ້ອງ​ໃຫ້​ມີ “ບັນດາ​ເຄື່ອງມື​ນິຕິ​ກຳ​ແຮງ​ກ່ວາ​ອີກ” ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ​ເກັຼກ ຕ້ອງ​ກັກ​ຕົວຄົນ​ເຂົ້າ​ເມືອງ ​ແລະ ຄົນ​ລີ້​ໄພ ຢູ່ປະ​ເທດ​ນີ້ ພາຍຫລັງ​ວັນ​ທີ 20/03 ຜ່ານ​ມາ, ​​ເຊິ່ງ​ແມ່ນ​ຈຸດ​ເວລາທີ່ ອີ​ຢູ ​ແລະ ຕວກກີ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຢ່າງ​ເປັນ​ທາງ​ການ. ປະຈຸ​ບັນມີ​ຄົນລີ້​ໄພ ປະມານ 50.000 ຄົນ​ພວມ​ຖືກຄ້າງ​ໄວ້​ຢູ່​ປະ​ເທດ​ນີ້ ນັບ​ແຕ່​ບັນດາ​ປະ​ເທດ ​ເອີ​ລົບ - ລວມມື ​ໂອ​ຕາ​ລິດ ​ແລະ ບັນດາ​ປະ​ເທດ​ເຂດ Balkan, ປິດ​ດ່ານ​ຊາຍ​ແດນ ​ເພື່ອ​ສະກັດ​ກັ້ນ​ກະ​ແສ​ຊາວ​ອົບ​ພະຍົບ​ເຄື່ອນ​ຍ້າຍ​ເຂົ້າປະ​ເທດ​ເຫຼົ່າ​ນີ້ ​ນັບ​ແຕ່​ຕົ້ນ​ປີ​ນີ້.

 

ຂ່າວ/ບົດ​ອື່ນ