ສະຫະປະຊາຊາດຮຽກຮ້ອງໃຫ້ມີການກະທຳເພື່ອຢຸດຕິການປະທະກັນຢູ່ຊີຣີ

ສະຫະປະຊາຊາດຮຽກຮ້ອງໃຫ້ມີການກະທຳເພື່ອຢຸດຕິການປະທະກັນຢູ່ຊີຣີ - ảnh 1
ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້ມີ
​ການ​ກະ​ທຳ​ເພື່ອ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢ​ູ່​ຊີ​ຣີ
(ພາບ: AFP/TTXVN)


(vovworld) - ວັນ​ທີ 25/09, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ໄດ້​ກະ​ຕຸກ​ຊຸກ​ຍູ້ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າກວ່າ ເພື່ອ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ຊີ​ຣີ ​ໃນ​ຂະ​ນະ​ທີ່ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຈັດ​ກອງ​ປະ​ຊຸ​ມ​ດ່ວນ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລືກ່ຽວ​ກັບ​ການ​ປະ​ທະ​ກັນ​​ທີ່ພວມ​ປິນ​ຂັ້ນ​ໄດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້. ຕາມ​ທ່ານ Ban Ki moon ແລ້ວ, ບໍ່​ວ່າ​ສາຍ​ເຫດໃດໆ ກໍ່​ບໍ່​ເທົ່າ​ກັບ​ການ​ກະ​ທຳ​​ເດັດ​ດຽວເພື່ອ​ ສະ​ກັດ​ກັ້ນ​ສະ​ພາບ​ຂາດ​ສະ​ຖຽ​ນ​ລະ​ພາບ​ຢູ່​ຊີ​ຣີ. ໃນ​ຂະ​ນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລັດ​ເຊຍ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Vitaly Churkin ຖື​ວ່າ, ສັນ​ຕິ​ພາບ​ຢູ່​ຊີ​ຣີ ເກືອ​ບ​ຄື​ວ່າ​ໜ້າ​ທີ່ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ໃນ​ຈຸດ​ເວ​ລານີ້. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ອາ​ເມ​ລິ​ກາ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Samantha Power ຖື​ວ່າ, ການ​ກະ​ທຳ​ຂອງ​ລັດ​ເຊຍ ຢູ່​ຊີ​ຣີ ບໍ່​ແມ່ນ​ການ​ຕ້ານ​ລັດ​ທິກ​ໍ່​ການ​ຮ້າຍ. ລັດ​ເຊ​ຍ ແລະ ອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ​ຝ່າຍ​ຄ້ານ​ໃນ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ ໄດ້​ຊອກ​ຫາ​ວິ​ທີ​ກູ້​ຊ່ວຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ ​ທີ່​ພວມ​ຖືກ​ລົບ​ລ້າງພາຍ​ຫຼັງ​ຂະ​ບວນ​ລົດ​ຂົນ​ສົ່ງ​ເຄື່ອງ​ອຸ​ປະ​ຖຳ​ມະ​ນຸດ​ສະ​ທຳ​ຖືກ​ບຸກ​ໂຈ​ມ​ຕີ​ໃນ​ອາ​ທິດ​ກ່ອນ.

ຂ່າວ/ບົດ​ອື່ນ