ສະຫະປະຊາຊາດແຈ້ງຈຸດເວລາເຊື່ອມຕໍ່ການເຈລະຈາຊີຣີຢູ່ເຊີແນວ

ສະຫະປະຊາຊາດແຈ້ງຈຸດເວລາເຊື່ອມຕໍ່ການເຈລະຈາຊີຣີຢູ່ເຊີແນວ - ảnh 1
(ພາບ​ປະ​ກອ​ບ: AFP/TTXVN)

(vovworld) - ​ວັນ​ທີ 19/12, ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊີ​ຣີ, ທ່ານ Staffan de Mistura ໄດ້ແຈ້ງ​ໃຫ້​ຮູ້ວ່າ, ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ຝ່າຍ​ຕ່າງໆ​ຢູ່​ຊ​ີ​ຣີ ຈ​ະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ວັນ​ທີ 08/02/2017 ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ໃນ​ຖະ​ແຫຼງ​ການ​ໜຶ່ງ, ທ່ານ Staffan de Mistura ໄດ້​ຊົ​ມ​ເຊ​ີຍ​ເລື່ອງສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​ຮັບ​ຮອງ​ເອົາມະ​ຕິ​ຈັດ​ສົ່ງ​ນັກ​ສັງ​ເກດ​ການ​ເຖິງ​ນະ​ຄອນ Aleppo ຂອງ​ຊີ​ຣີ, ພ້ອມ​ທັງ​ຢືນ​ຢັນ​ຄຶນ​ໃໝ່​ວ່າ ​ສະ​ຫະ​ປະ​ຊາ​ຊາດ ມີ​ແນວ​ຄວາມ​ຄິດຈະ​ເຊື້ອ​ເຊີນ​ບັນ​ດາ​ຝ່າຍ​ຢູ່​ຊີ​ຣີ ເຂົ້າ​ຮ່ວມ​ການ​ເຈະ​ລ​ຈາ​ຢູ່​ເຊີ​ແນວ ໃນ​ຕົ້ນ​ເດືອນ 02/2017.

        ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້ເ​ຫັນ​ດີ​ຈັດ​ສົ່ງ​ນັກ​ສັງ​ເກດ​ການ​ສະ​ຫະ​ປະ​ຊາ​ຊາດ​ເຖິງ​ນະ​ຄອນ Aleppo ເພື່ອ​ຕິດ​ຕາມກວດ​ກາ​ວິ​ວັດ​ການ​ອົບ​ພະ​ຍົບ ແລະ ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ຂອງ​ປະ​ຊາ​ຊົນ​ຢູ່​ປະ​ເທ​ດ​ພາກ​ເໜືອ​ຂອງ​ຊີ​ຣີ ນີ້.

ຂ່າວ/ບົດ​ອື່ນ