ສະ​ຫະ​ພັນ ອາ​ຣັບ ຈະ​ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ແຜນ​ການ​ໂຮມ​ເຂົ້າ​ເຂດ​ຝ​ັ່ງ​ຕາ​ເວັນ​ຕົກ​ຂອງ ອິ​ດ​ສະ​ລາ​ແອັນ

(VOVWORLD) -  ໃນຖະແຫຼງການຂອງວັນທີ 27 ເມສາ, ສະຫະພັນ ອາຣັບ ເຊິ່ງມີສຳນັກງານຢູ່ນະຄອນຫຼວງ ກາຍໂຣ, ປະເທດເອຢິບ ໃຫ້ຮູ້ວ່າ ຈະຈັດຕັ້ງກອງປະຊຸມດ່ວນກ່ຽວຂ້ອງເຖິງບັນດາແຜນການໂຮມເຂົ້າເຂດຝັ່ງຕາເວັນຕົກຂອງອິດສະລາແອັນ.
ສະ​ຫະ​ພັນ ອາ​ຣັບ ຈະ​ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ແຜນ​ການ​ໂຮມ​ເຂົ້າ​ເຂດ​ຝ​ັ່ງ​ຕາ​ເວັນ​ຕົກ​ຂອງ ອິ​ດ​ສະ​ລາ​ແອັນ - ảnh 1ເຂດຕັ້ງຖິ່ນຖານຄົງທີ່ Maale Adumim ຢູ່ ອິດສະລາແອັນ (ພາບ: AFP/TTXVN)

ຄາດວ່າ, ກອງປະຊຸມວິສາມັນຂອງລັດຖະມົນຕີການຕ່າງປະເທດບັນດາປະເທດທີ່ຂຶ້ນກັບສະຫະພັນ ອາຣັບນີ້ ຈະໄດ້ຈັດຂຶ້ນທາງອອນລາຍໃນວັນພະຫັດຂອງ ອາທິດນີ້ຕາມຂໍ້ສະເໜີຈາກຝ່າຍ ປາແລັດສະຕິນ.

ທ່ານ Hossam Zaki ຮອງເລຂາທິການໃຫຍ່ສະຫະພັນ ອາຣັບ ໃຫ້ຮູ້ວ່າ ບັນດາລັດຖະມົນຕີການຕ່າງປະເທດ ອາຣັບຈະປຶກສາຫາລືບັນດາຮູບແບບໜູນຊ່ວຍທາງດ້ານການເມືອງ, ນິຕິກຳ ແລະ ການເງິນຕໍ່ວົງການເຈົ້າໜ້າທີ່ປາແລັດສະຕິນເພື່ອແນໃສ່ຕ້ານຄືນບັນດາແຜນການຂອງອິດສະລາແອັນ.

        ກ່ອນໜ້ານັ້ນ, ທ່ານ Ahmed Aboul Gheit ເລຂາທິການໃຫຍ່ ສະຫະພັນ ອາຣັບ ໄດ້ສົ່ງສານໄປຍັງທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກ່ຽວກັບບັນດາແຜນການຂອງອິດສະລາແອັນ ແລະ ຖືວ່າ ບັນດາແຜນການນີ້ຈະເຮັດໃຫ້ ຄວາມເຄັ່ງຕຶງໃນພາກພື້ນເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ