ສະ​ຫະ​ພັນ ອາ​ຣັບ ຮຽ​ກ​ຮ້ອງ​ໃຫ້​ຢຸດ​ຍິງ​ຢູ່ ຊູ​ດັງ​ ໃນ​ທັນ​ທີ

(VOVWORLD) -  ວັນທີ 16 ເມສາ, ສະຫະພັນ ອາຣັບ (AL) ໄດ້ຈັດຕັ້ງກອງປະຊຸມດ່ວນຢູ່ນະຄອນຫຼວງ Cairo ຂອງ ອີຢິບ ເພື່ອປຶກສາຫາລືກ່ຽວກັບການປະທະກັນດ້ານການທະຫານທີ່ພວມເກີດຂຶ້ນຢູ່ ຊູດັງ. 
ສະ​ຫະ​ພັນ ອາ​ຣັບ ຮຽ​ກ​ຮ້ອງ​ໃຫ້​ຢຸດ​ຍິງ​ຢູ່ ຊູ​ດັງ​ ໃນ​ທັນ​ທີ - ảnh 1ບັນຍາກາດຢູ່ Khartoum, ພາຍຫຼັງການປະທະກັນລະຫວ່າງກອງທັບ Sudan ກັບກຳລັງ RSF, ໃນວັນທີ 16/4/2023 (ພາບ: AFP/TTXVN)

ໃນຖະແຫຼງການສະບັບ 1 ພາຍຫຼັງກອງປະຊຸມ, AL ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຢຸດຕິທຸກການປະທະກັນດ້ວຍອາວຸດໃນທັນທີ ເພື່ອປົກປ້ອງສາມັນຊົນ ແລະ ຜືນແຜ່ນດິນອັນຄົບຖ້ວນ ກໍຄືອະທິປະໄຕຂອງ  ຊູດັງ. ຜູ້ຕາງໜ້າບັນດາປະເທດ ອາຣັບ ຍັງຮຽກຮ້ອງໃຫ້ທຸກຝ່າຍທີ່ເຂົ້າຮ່ວມສູ້ຮົບຢູ່ ຊູດັງ ຈົ່ງກັບຄືນສູ່ເສັ້ນທາງແຫ່ງສັນຕິພາບ ເພື່ອແກ້ໄຂວິກິດການ, ພ້ອມທັງກ່າວເຕືອນຄວາມສ່ຽງການໃຊ້ຄວາມຮຸນແຮງຈະເພີ່ມຂຶ້ນ.

        ກອງປະຊຸມດັ່ງກ່າວ ໂດຍ ອີຢິບ ແລະ ອາຣັບບີ ຊະອຸດິ ຮຽກໂຮມ ເຊິ່ງຖືກດຳເນີນພາຍຫຼັງການປະທະກັນລະຫວ່າງ ກອງທັບ ຊູດັງ ແລະ ບັນດາກຳລັງປະຕິກິລິຍາ ໄວ (RSF) ເຄິ່ງການທະຫານ.

        ຕາມການສະຖິຕິຫຼ້າສຸດ, ມີຜູ້ເສຍຊີວິດ 61 ຄົນ ແລະ ຜູ້ຮັບບາດເຈັບເກືອບ 600 ຄົນ ຢູ່ປະເທດນີ້ ນັບແຕ່ວັນເສົາຜ່ານມາ.

 

ຕອບກັບ

ຂ່າວ/ບົດ​ອື່ນ