ສະຫະພັນແມ່ຍິງ ຫວຽດນາມ ຢືນຢັນທີ່ຕັ້ງເປັນອົງການນຳໜ້າການກະທຳ ເພື່ອຄວາມຜາສຸກຂອງແມ່ຍິງ

(VOVWORLD) -ວັນທີ 11 ມີນາ, ກອງປະຊຸມໃຫຍ່ສະຫະພັນແມ່ຍິງທົ່ວປະເທດ ຄັ້ງທີ 13 ໄດ້ອັດລົງດ້ວຍການປະຕິບັດສຳເລັດເນື້ອໃນລາຍການເຮັດວຽກທັງໝົດ.
ສະຫະພັນແມ່ຍິງ ຫວຽດນາມ ຢືນຢັນທີ່ຕັ້ງເປັນອົງການນຳໜ້າການກະທຳ ເພື່ອຄວາມຜາສຸກຂອງແມ່ຍິງ - ảnh 1ກອງປະຊຸມໃຫຍ່ສະຫະພັນແມ່ຍິງທົ່ວປະເທດ ຄັ້ງທີ 13
(ພາບ: TTXVN)

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງສະມາຊິກ 155 ທ່ານເຂົ້າຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ຫວຽດນາມ ຊຸດທີ 13. ກອງປະຊຸມໃຫຍ່ໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງທີ 13 ສະຫະພັນແມ່ຍິງ ຫວຽດນາມ ດ້ວຍເປົ້າໝາຍ: ພັດທະນາມູນເຊື້ອ, ນ້ຳໃຈສາມັກຄີ, ປະດິດຄິດສ້າງ, ເປັນເຈົ້າການເຊື່ອມໂຍງ, ສະຕິເປັນເຈົ້າຂອງແມ່ຍິງທຸກຊັ້ນຄົນ; ສ້າງອົງການຈັດຕັ້ງແມ່ຍິງໃຫ້ໝັ້ນຄົງເຂັ້ມແຂງ, ຕັ້ງໜ້າກໍ່ສ້າງພັກ, ສ້າງລະບົບການເມືອງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ. ສູ້ຊົນຮອດປີ 2030, ສະຫະພັນແມ່ຍິງ ຫວຽດນາມ ຢືນຢັນທີ່ຕັ້ງເປັນອົງການນຳໜ້າການກະທຳ ເພື່ອຄວາມຜາສຸກຂອງແມ່ຍິງ, ມີອິດທິພົນຢູ່ພາກພື້ນ ແລະ ສາກົນ; ປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາປະເທດຊາດຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ