(vovworld) – ດ້ວຍວັດທະນະທຳ, ນ້ຳໃຈຮັກຫອມສັນຕິພາບທີ່ຄ້າຍຄືກັນ, ສອງປະເທດ ອີຣານ ແລະ ຫວຽດນາມ ໄດ້ແບ່ງປັນບົດຮຽນ ແລະ ຜົນປະໂຫຍດໃນບັນດາບັນຫາສາກົນນຳກັນ, ໃນຕະຫຼອດໄລຍະປະຫວັດສາດ 40 ປີຜ່ານມາ, ຍາມໃດສອງປະເທດກໍ່ຮ່ວມມືກັນຢ່າງຈົບງາມ. ສາຍພົວພັນອັນດີງາມນີ້ຈະສືບຕໍ່ມຸ່ງໄປເຖິງຈຸດປະສົງເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບໃນພາກພື້ນ ແລະ ຢູ່ໃນໂລກ. ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດອິດສະລາມອີຣານ Hossein Alvandi Behineh ໄດ້ເນັ້ນໜັກຄືດັ່ງກ່າວໃນພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ ອີຣານ, ເຊິ່ງຈັດຂຶ້ນຢູ່ຮ່າໂນ້ຍໃນຕອນເຊົ້າວັນທີ 14/8. ກ່າວຄວາມເຫັນນະພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດອິດສະລາມອີຣານ Hossein Alvandi Behineh, ຊີ້ແຈ້ງວ່າ:
“ລັດຖະບານໃໝ່ຂອງອີຣານປາຖະໜາຢາກເປີດກວ້າງການພົວພັນຮ່ວມມືກັບຫວຽດນາມ, ເພື່ອຜົນປະໂຫຍດລວມຂອງສອງປະເທດ. ສະຖານທູດອີຣານປະຈຳຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຈຸດໝາຍນີ້. ໜຶ່ງໃນບັນດາຄວາມມານະພະຍາຍາມນັ້ນແມ່ນ ຈັດຕັ້ງບັນດາລາຍການວັດທະນະທຳ, ງານພົບປະແລກປ່ຽນສະແດງສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ອີຣານມີທີ່ຕັ້ງບົດບາດສຳຄັນໃນພາກພື້ນຕາເວັນອອກກາງ. ຫວຽດນາມ ກໍ່ມີບົດບາດສຳຄັນໃນປະຊາຄົມອາຊຽນ. ດັ່ງນັ້ນ, ການຮ່ວມມື ແລະ ພັດທະນາຢ່າງຂະຫຍັນຂັນເຂື່ອນຂອງຫວຽດນາມ ແລະ ອີຣານ ຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງພາກພື້ນ“
ເນື່ອງໃນໂອກາດນີ້, ທ່ານປະທານບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຫວູຊວນຮົ່ງ ໄດ້ມອບຫຼຽນການລະລຶກ ເພື່ອສັນຕິພາບ ມິດຕະພາບລະຫວ່າງປະຊາຊາດ ໃຫ້ແກ່ທ່ານທ່ານເອກອັກຄະລັດຖະທູດອີຣານ Hossein Alvandi Behineh.