ສະເຫຼີມສະຫຼອງ 50 ປີແຫ່ງວັນ ສ້າງສາຍພົວພັນທາງການທູດ ຫວຽດນາມ - ອານເຊຣີ

ສະເຫຼີມສະຫຼອງ 50 ປີແຫ່ງວັນ ສ້າງສາຍພົວພັນທາງການທູດ ຫວຽດນາມ - ອານເຊຣີ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ Vherif Chikhi ກ່າວຄຳເຫັນທີ່ພິທີ
(ພາບ: cpv.org.vn)


(vovworld) -     ​ວັນ​ທີ 25/10, ສະຫະຜັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ນເຊຣີ ​ໄດ້​ຈັດ​ງານໂຮມ​ຊຸມນຸມ​ຢູ່​ຮ່າ​ໂນ້ຍ ​​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ອາ​ນເຊຣີ (28/10/1962 – 28/10/2012). ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫ​ຼີມສະຫຼອງ, ທ່າ​ນຮອງ​ປະທານ​ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ Don Tuan Phong ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ 50 ປີ​ທີ່​ຜ່ານ​ມາ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ອາ​ນເຊຣີ ໄດ້​ຮັບ​ການ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງຢ່າງ​ບໍ່​ຢຸດ​ຢັ້ງ​ຈາກ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ. ການ​ນຳ​ສອງ​ປະ​ເທດ​​ໄດ້​ມີ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ເປັນ​ປະຈຳ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ. ພ້ອມ​ກັບການພັດທະນາ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ, ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ ອາ​ນເຊຣີ ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ເພີ່ມ​ທະວີເປັນ​ພິ​ເສດ. ທ່ານ​ຮອງ​ປະທານ Don Tuan Phong ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Vherif Chikhi ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ປະ​ຫວັດ​ສາດຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ກໍ​ຄື​ຄວາມ​ຫວັງ​ຂອງ​ການ​ນຳ ​ແລະ ປະຊາຊົນ​ສ​ອງປະ​ເທດ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອານ​ເຊຣີ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ​ແຕກ​ດອກ​ອອກ​ຜົນ,​ ເພື່ອ​ສັນຕິພາບ ​ແລະ ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ຊາດ.

ຂ່າວ/ບົດ​ອື່ນ