ສະ​ເຫຼີມ​ສະຫຼອງ 60 ປີ ແຫ່ງວັນ​ມູນ​ເຊື້ອ ຂົງ​ເຂດ​ສິນ​ໃນ​ນ້ຳ ຫວຽດ​ນາມ

(VOVWORLD) -  ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢູງ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ ຂົງເຂດ ສິນໃນນ້ຳສຳລັບພາລະກິດພັດທະນາ ແລະ ປົກປັກຮັກສາ ປະເທດຊາດ.
ສະ​ເຫຼີມ​ສະຫຼອງ 60 ປີ ແຫ່ງວັນ​ມູນ​ເຊື້ອ ຂົງ​ເຂດ​ສິນ​ໃນ​ນ້ຳ ຫວຽດ​ນາມ - ảnh 1ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ ຂົງເຂດສິນໃນນ້ຳ ຫວຽດນາມ. 

ຕອນຄ່ຳວັນທີ 31 ມີນາ, ຢູ່ນະຄອນ ຫ້າລອງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບ ກັບຄະນະກຳມະການປະຊາຊົນ ແຂວງ ກ໋ວາງນິງ ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ ຂົງເຂດສິນໃນນ້ຳ ຫວຽດນາມ (ວັນທີ 1 ເມສາ 1959 - ວັນທີ 1 ເມສາ 2019 ) ແລະ ເປີດການເຄື່ອນໄຫວທ່ອງທ່ຽວ ກາດບ່າ ປີ 2019.

ກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢູງ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ ຂົງເຂດ ສິນໃນນ້ຳສຳລັບພາລະກິດພັດທະນາ ແລະ ປົກປັກຮັກສາ ປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູງ ວາງອອກເປົ້າໝາຍຕ້ອງບັນລຸໄດ້ຂອງຂະແໜງສິນໃນນ້ຳໃນໄລຍະຈະມາເຖິງ.

“ເປົ້າໝາຍພັດທະນາຂອງຂະແໜງສິນໃນນ້ຳຫວຽດນາມ ແມ່ນ: ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ພັດທະນາຢ່າງຮອບດ້ານ, ມີຄວາມຍືນຍົງ, ກາຍເປັນຂະແໜງທີ່ມີການຜະລິດສິນຄ້າຂະໜາດໃຫຍ່, ມີໂຄງປະກອບ ແລະ ມີບັນດາຮູບແບບຈັດຕັ້ງການຜະລິດທີ່ເໝາະສົມ. ຕ້ອງມີສະມັດຕະພັນ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງຄວາມສາມາດໃນການແກ່ງແຍ່ງສູງ,  ສາມາດເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດສາກົນແບບຍືນຍົງ. ຍົກສູງລາຍຮັບ ແລະ ລະດັບຊີວິດການເປັນຢູ່ຂອງ ຊາວປະມົງເທື່ອລະກ້າວ. ພ້ອມທັງປົກປັກຮັກສາ ສິ່ງແວດລ້ອມ ນິເວດວິທະຍາ, ແຫຼ່ງຄຸນປະໂຫຍດຈາກສິນໃນນ້ຳ ແລະ ປະກອບສ່ວນຮັບປະກັນການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບຂອງປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ