ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂປໂລຍ

ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂປໂລຍ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 15/5, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ - ​ໂປ​ໂລ​ຍ ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ​ໂປ​ໂລ​ຍ (1950-2015) ​ແລະ 224 ປີ ​ແຫ່ງ​ວັນ​ລັດຖະທຳ​ມະນູນ - ວັນຊາດ ສ ​ໂປ​ໂລ​ຍ (1791-2015). ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ວູ້ຕູ໋, ຫົວໜ້າ​ພະ​ແນ​ກພົວພັນ​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ, ​ເນັ້ນ​ໜັກ​ວ່າ, ​ໃນ​ຕະຫຼອດ 65 ປີຜ່ານມາ, ຫວຽດນາມ ​ແລະ ​ໂປ​ໂລ​ຍ ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ໃນ​ຫຼາຍ​ຂົງ​ເຂດ. ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ​ນັບຖື​ຄວາມ​ສາມັກຄີ​, ສະໜິດ​ຕິ​ພັນ, ​ແລະ ການ​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ​ຂອງ​ປະຊາຊົນ ​ໂປ​ໂລຍ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ​ແລະ ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ຫວຽດນາມ​ ໃນ​ປະຈຸ​ບັນ. ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ​ ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ເວົ້າ​ລວມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ນຳ​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ສາຍພົວພັນ​ຫວຽດນາມ - ​ໂປ​ໂລ​ຍ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ