ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງສະ​ຖາ​ບັນ​ມະ​ຫາ​ບັນ​ດິ​ດ​ວິ​ທະ​ຍາ​ສາດ​ສັງ​ຄົມ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 2 ທັນວາ, ສະຖາບັນມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (2/12/1953 - 2/12/2023). 
ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງສະ​ຖາ​ບັນ​ມະ​ຫາ​ບັນ​ດິ​ດ​ວິ​ທະ​ຍາ​ສາດ​ສັງ​ຄົມ ຫວຽດ​ນາມ - ảnh 1

(ພາບ: nhandan.vn)

    ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ສະເໜີໃຫ້ ສະຖາບັນມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ລະບົບອົງການຈັດຕັ້ງ ແລະ ກົນໄກຄຸ້ມຄອງໂດຍພື້ນຖານ, ຮອບດ້ານ, ຄົບຊຸດ ຕາມທິດທັນສະໄໝ; ຮັບປະກັນໂຄງປະກອບຫະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ບັນລຸປະສິດທິຜົນ:

ສະຖາບັນມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ຕ້ອງສ້າງສະພາບແວດລ້ອມແຫ່ງການເຮັດວຽກຢ່າງວິທະຍາສາດ; ສະເໜີບັນດາກົນໄກການເງິນບຸກທະລຸ. ຕີລາຄາຢ່າງພາວິວິໄສ, ຍຸດຕິທຳ ເພື່ອຮັບຮູ້, ເຊີດຊູ, ສ້າງໂອກາດພັດທະນາໃຫ້ແກ່ບັນດາພະນັກງານມີຄວາມສາມາດ ແລະ ໄດ້ປະກອບສ່ວນຫຼາຍຢ່າງ. ຫຼໍ່ລ້ຽງ, ພັດທະນາບັນດາແນວຄວາມຄິດວິທະຍາສາດໃໝ່, ພັດທະນາການເຄື່ອນໄຫວຮ່ວມມືກ່ຽວກັບການຄົ້ນຄ້ວາວິມະຍາສາດກັບບັນດາອົງການຄົ້ນຄ້ວາ, ບ່ຳລຸງສ້າງຂອງຕ່າງປະເທດ, ບັດາອົງການຈັດຕັ້ງສາກົນ ກໍ່ຄືຕ້ອງເພີ່ມທະວີການພົວພັນຮ່ວມມືໃນການຄົ້ນຄ້ວາວິທະຍາສາດກັບບັນດາກະຊວງ, ຂະແໜງການ, ວິທະຍາສາດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ