ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ Stalingrad ແລະ 40 ປີແຫ່ງວັນເຊັນສັນຍາ ປາຣີ
Doan Hai, ນັກຂ່າວ vov ປະຈຳລັດເຊຍ -  
ພາບປະກອບ
(vovworld) – ຕອນບ່າຍວັນທີ 22/1, ຢູ່ ສຳນັກງານສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ທີ່ນະຄອນຫຼວງ ມົດສະກູ ໄດ້ຈັດງານໂຮມຊຸມນຸມ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ Stalingrad (02/02/1943 – 02/02/2013) ແລະ 40 ປີແຫ່ງວັນເຊັນສັນຍາສັນຕິພາບ ປາຣີ (27/01/1973 – 27/01/2013) ຢ່າງສົມກຽດ. ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ຖືການສະເຫຼີມສະຫຼອງວັນບຸນນີ້ ແມ່ນການເຄື່ອນໄຫວທີ່ມີຂອບຂະໜາດໃຫຍ່ຂອງສະມາຄົມໃນປີ 2013 ເພື່ອທົບທວນຄືນມູນເຊື້ອພິລະອາດຫານຂອງກອງທັບ ແລະ ປະຊາຊົນ ໂຊວຽດ, ສຶກສານ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ໃຫ້ແກ່ລຸ້ນໜຸ່ມ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຂອງປະຊາຊົນ 2 ປະເທດ. ກ່າວຄຳເຫັນນະພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລັດເຊຍ ຟ້າມຊວນເຊີນ ໄດ້ທົບທວນຄືນໄຊຊະນະອັນທີ່ພິລະອາດຫານຂອງກອງທັບ ແລະ ປະຊາຊົນ ໂຊວຽດ ໃນບັ້ນຮົບ Stalingrad, ແບ່ງປັນບັນດາຄວາມເສຍຫາຍເຊິ່ງ ໂຊວຽດ/ ສະຫະພັນ ລັດເຊຍ ຕ້ອງແບກຫາບເພື່ອຕີເອົາຊະນະລັດທິ ຟາດຊິດ, ປົກປັກຮັກສາປະເທດຊາດ ແລະ ສັນຕິພາບໃນໂລກ. ທ່ານ ເອກອັກຄະລັດຖະທູດ ຟ້າມຊວນເຊີນ ເນັ້ນໜັກວ່າ ເລື່ອງ ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາສັນຕິພາບ ປາຣີ, ໄດ້ປະກອບສ່ວນເຮັດໃຫ້ປະຊາຊົນ ແລະ ພິເສດແມ່ນລຸ້ນໜຸ່ມ 2 ປະເທດເຂົ້າໃຈຕື່ມອີກ ກ່ຽວກັບປະຫວັດສາດ ແລະ ບັນດາໄຊຊະນະອັນຍິ່ງໃຫຍ່ຂອງລຸ້ນພໍ່ລຸ້ນອ້າຍ,ສືບທອດມູນເຊື້ອອັນດີງານນັ້ນ ແລະ ເພີ່ມພຸນຄຸນສ້າງໃຫ້ແກ່ສາຍພົວພັນມິດຕະພາບ, ທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ຢ່າງບໍ່ຢຸດຢັ້ງ.
Doan Hai, ນັກຂ່າວ vov ປະຈຳລັດເຊຍ