ສະ​ເຫຼີມ​ສະຫຼອງ 72 ປີ ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄ​ະ -ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ໂປ​ໂລຍ

(VOVWORLD) -  ຕອນຄ່ຳວັນທີ 27 ກໍລະກົດ, ຢູ່ນະຄອນ Warsaw, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ແລະ ສະໂມສອນນັກຮົບເກົ່າ ຫວຽດນາມ ປະຈຳ ໂປໂລຍ ໄດ້ເປັນກຽດຈັດຕັ້ງ ພິທີສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2019).
ສະ​ເຫຼີມ​ສະຫຼອງ 72 ປີ ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄ​ະ -ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ໂປ​ໂລຍ - ảnh 1ງານວາງສະແດງຮູບພາບຂອງ ພົນເອກ ວໍຫງວຽນຢາບ ແລະ ແມ່ຫວຽດນາມວິລະຊົນ (ພາບ: TTXVN) 

ໂດຍມີການເຂົ້າຮ່ວມ ຂອງຜູ້ຕາງໜ້າສະໂມສອນນັກຮົບເກົ່າ ຫວຽດນາມ, ທະຫານເສຍອົງຄະ ແລະ ຍາດພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອ  ຊາດທີ່ພວມດຳລົງຊີວິດຢູ່ ໂປໂລຍ ເປັນຈຳນວນຫຼວງຫຼາຍ ແລະ ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ຫວູດັ້ງຢຸງ ແລະ ພັນລະຍາພ້ອມກັບພະນັກງານສະຖານທູດ, ທູດການທະຫານ ຫວຽດນາມ ປະຈຳ ໂປໂລຍ.

        ກ່າວຄຳເຫັນໄຂພິທີ, ທ່ານ ຫວູດັ້ງຢຸງ ໄດ້ຊີ້ແຈ້ງຄວາມໝາຍ ແລະ ຈຸດປະສົງຂອງວັນທະຫານ ເສຍອົງຄະ - ນັບຮົບເສຍສະຫຼະຊີວິດເພື່ອຊາດ ດ້ວຍຈິດໃຈ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ ແລະ ນ້ຳໃຈສະແດງຄວາມຮູ້ບຸນຄຸນ, ພ້ອມທັງຈາລຶກຄູນງາມຄວາມດີອັນຍິ່ງໃຫຍ່ຂອງບັນດານັບຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາຄອບຄົວຂອງທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ມີຕໍ່ປະເທດຊາດ. ທ່ານ ເອກອັກຄະລັດຖະທູດກໍ່ເນັ້ນໜັກວ່າ ຕ້ອງມີຫຼາຍການເຄື່ອນໄຫວອັນແທດຈິງຕື່ມອີກຫຼາຍຢ່າງເພື່ອຮູ້ບູນຄຸນຂອງບັນດາທະຫານເສຍອົງຄະ ແລະ ແມ່ຫວຽດນາມ ວິລະຊົນ ແລະ ຍາດພີ່ນ້ອງ, ຄອບຄົວນັບຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ພວມດຳລົງຊີວິດຢູ່ ໂປໂລຍ ກໍ່ຄືພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ